ສື່ມວນຊົນລາວ ແລະ ຫຼາຍຫົວໜ່ວຍວິຊາການຂອງລັດຖະບານ ກຳລັງເພີ່ມທະວີຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງດ້ານການເງິນດ້ວຍຕົນເອງ ໃນຂະນະທີ່ການປ່ຽນແປງທາງດ້ານດິຈິຕອນ ແລະ ການຫົດຕົວຂອງງົບປະມານ ກຳລັງທ້າທາຍຮູບແບບການສະໜອງທຶນແບບດັ້ງເດີມ.
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະຊຸມເວທີເສວະນາໃນຫົວຂໍ້ ຄວາມຍືນຍົງໃນການກຸ້ມຕົນເອງດ້ານງົບປະມານ (Financial Self-sustainability) ໃນຍຸກດິຈິຕອນ ແລະ AI ໃນວັນທີ 23 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ.
.
ໂດຍງານຄັ້ງນີ້ເປັນກຽດເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ນາງ Megan Jones ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາສປປ ລາວ ພ້ອມດ້ວຍບັນດາຫົວໜ້າກົມ ຮອງກົມ ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບເຊິ່ງໜ້າ ແລະ ອອນລາຍ.
ທ່ານ ໂພສີ ກ່າວວ່າ: ງານຄັ້ງນີ້ ແມ່ນເພື່ອເປັນການ ຍົກລະດັບຄວາມຮູ້ດ້ານການບໍລິຫານ ການບໍລິການ ແລະ ການຕະຫຼາດເພື່ອໃຫ້ອົງການສື່ເຫຼົ່ານີ້ສ້າງລາຍຮັບວິຊາການແບບຍືນຍົງໃນຍຸກສະໄໝໃໝ່ ໂດຍສະເພາະໃນຍຸກດິຈິຕອນ ແລະ AI ພ້ອມທັງໃຊ້ຈ່າຍຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ: ອົງການສື່ມວນຊົນກໍ່ຄືນັກຮົບສື່ມວນຊົນໄດ້ທຸ້ມເທທັງສະຕິປັນຍາ, ເສຍສະຫຼະເວລາ ແລະ ເຫື່ອແຮງຢ່າງບໍ່ຮູ້ອິດຮູ້ເມື່ອຍໃສ່ວິຊາສະເພາະຂອງຕົນ, ໃນເວລາດຽວກັນນັ້ນນອກຈາກໄດ້ຮັບງົບປະ ມານ ແລະ ເງິນເດືອນແລ້ວ ນັກຮົບສື່ມວນຊົນ ຕ້ອງໄດ້ສ້າງລາຍຮັບ ແລະ ຈ່າຍລາຍຮັບ ວິຊາ ການໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ.
ທ່ານ ນາງ Megan ກ່າວວ່າ: ກອງປະຊຸມ ສໍາມະນາໃນມື້ນີ້ຖືກອອກແບບມາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນລາວ, ສະໜັບສະໜູນການພັດທະນາດ້ານວິຊາຊີບຂອງສື່ມວນຊົນ, ແລະ ແລກປ່ຽນແນວຄວາມຄິດກ່ຽວກັບການບັນລຸຄວາມຍືນຍົງດ້ານການເງິນໃຫ້ແກ່ອົງກອນຂອງສື່ມວນຊົນ ໃນຂະນະທີ່ຂະແໜງສື່ມວນຊົນປັບຕົວເຂົ້າກັບການຫັນເປັນດິຈິຕອນທີ່ເພີ່ມຂຶ້ນ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງ ການຊອກຫາງົບປະມານມາຮັບໃຊ້ວິຊາສະເພາະໃນຍຸກປັດຈຸບັນຂອງປະເທດໄທ ຫວຽດນາມ ແລະ ໜັງສື The Canberra Times, ສຳນັກຂ່າວ ABC ຂອງປະເທດອົດສະຕຣາລີ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ສະຖານທູດອົດສະຕຣາລີປະຈໍາ ສປປ ລາວ.
ທ່ານ ນາງ Megan ກ່າວວ່າ: ອົດສະຕຣາລີມີຄວາມມຸ່ງໝັ້ນທີ່ຈະເປັນຄູ່ຮ່ວມງານທີ່ເຊື່ອຖືໄດ້ ແລະ ຕອບສະໜອງຕໍ່ລາວ. ພວກເຮົາຫວັງວ່າຈະສືບຕໍ່ເຮັດວຽກຮ່ວມກັບທຸກທ່ານ, ໃນທົ່ວລັດຖະບານລາວ ແລະ ຂະແໜງສື່ມວນຊົນ, ເພື່ອແກ້ໄຂສິ່ງທ້າທາຍ ແລະ ສະໜັບສະໜູນຄວາມສາມາດຂອງລາວໃນການຮັບໃຊ້ປະຊາຊົນດ້ວຍຂໍ້ມູນທີ່ມີຄຸນນະພາບສູງ ແລະ ເຊື່ອຖືໄດ້.
ໂດຍໜຶ່ງໃນສິ່ງທ້າທາຍໃນການຫັນໄປກຸ້ມຕົນເອງທາງດ້ານງົບປະມານກໍຄື ການບໍລິຫານຕົ້ນທຶນ ແລະ ລາຄາຂອງຜະລິດຕະພັນຂອງສື່ມວນຊົນ ໃຫ້ອອກມາໄດ້ຄຸນນະພາບສູງສຸດ ແຕ່ລາຄາກໍຕ້ອງເຂົ້າເຖິງກຸ່ມຄົນໃຫ້ໄດ້ຫຼາຍທີ່ສຸດເຊັ່ນກັນ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ ຜະລິດຕະພັນຂອງສື່ມວນຊົນ ແມ່ນຜະລິດຕະພັນພິເສດ ທີ່ຕ້ອງມີຄຸນະພາບສູງສຸດ ໃນລາຄາທີ່ຈັບຕ້ອງໄດ້ ເພື່ອໃຫ້ປະຊາຊົນນຳເອົາຂໍ້ມູນຂ່າວສານ ໄປພັດທະນາການດຳລົງຊີວິດຂອງເຂົາເຈົ້າ.
ຄວາມພະຍາຍາມໃນການຫັນໄປກຸ້ມຕົນເອງດ້ານງົບປະມານ ບໍ່ໄດ້ຈຳກັດຢູ່ກັບແຕ່ສື່ມວນຊົນ, ແຕ່ໃນໄລຍະຫຼາຍປີທີ່ຜ່ານມາ ລັດຖະບານແຫ່ງສປປ ລາວ ໄດ້ມີຄວາມພະຍາຍາມໃນການຊຸກຍູ້ ຫົວໜ່ວຍລັດ ໃຫ້ຫັນໄປກຸ້ມຕົນເອງໃນດ້ານງົບປະມານ ເພື່ອຄວາມຄ່ອງໂຕໃນການບໍລິຫານວຽກຕົວຈິງ ໃຊ້ງົບປະມານໃຫ້ໄດ້ເກີດປະໂຫຍດສູງສຸດ ແລະ ຫຼຸດພາລະງົບປະມານຂອງລັດຖະບານທີ່ຕ້ອງແບກຫາບ.
ເຊິ່ງປັດຈຸບັນກໍມີຫຼາຍຫົວໜ່ວຍທີ່ຫັນໄປກຸ້ມຕົນເອງດ້ານງົບປະມານເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ຫົວໜ່ວຍ ວິຊາສະເພາະ ຂອງກະຊວງສາທລະນະສຸກ (ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ ແລະ ໂຮງໝໍ ໄຊເສດຖາ) ແລະ ອື່ນໆ.
ແຕ່ຢ່າງໃດກໍຕາມ ການຫັນໄປກຸ້ມຕົນເອງ ກໍຍັງມີສິ່ງທ້າທາຍຫຼາຍດ້ານເຊັ່ນ: ບາງກົດລະບຽບຍັງບໍ່ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ທ່ານ ດຣ ຈັນສາລີ ພົມມະວົງ ຮອງຫົວໜ້າກົມ ແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກ ຍົກຕົວຢ່າງໃຫ້ຮູ້ວ່າ, ເຖິງແມ່ນວ່າຈະກຸ້ມຕົນເອງທາງດ້ານງົບປະມານ ແຕ່ຈຳນວນເງິນໃນການເບີກຈ່າຍກໍຍັງມີເພດານ ທີ່ຈຳກັດ ເຮັດໃຫ້ການຈັດຊື້ຈັດຈ້າງ ໂດຍສະເພາະ ຢາ ແລະ ເຄື່ອງມືທາງການແພດ ເຊິ່ງເປັນວັດຖຸທີ່ມີມູນຄ່າສູງນັ້ນ ຍັງຕ້ອງໄດ້ດຳເນີນເອກະສານຫຼາຍຢ່າງ ເຮັດໃຫ້ຍັງບໍ່ມີຄວາມຄ່ອງຕົວເທົ່າທີ່ຄວນ.
ອີກໜຶ່ງສິ່ງທ້າທາຍ ກໍຄື ຫົວໜ່ວຍວິຊາການ ທີ່ກຸ້ມຕົນເອງດ້ານງົບປະມານນັ້ນ ຍັງບໍ່ສາມາດອອກລະບຽບໃນການຈັດເກັບລາຍຮັບຕ່າງໆໄດ້ດ້ວຍຕົວເອງ ເນື່ອງຈາກການເກັບລາຍຮັບບໍລິຫານ ແມ່ນຕ້ອງປະຕິບັດຕາມລັດຖະດຳລັດຂອງປະທານປະເທດ. ເຮັດໃຫ້ຫົວໜ່ວຍວິຊາການຕ້ອງການຫັນໄປກຸ້ມຕົນເອງດ້ານງົບປະມານນັ້ນມີຂໍ້ຈຳກັດ ໃນການເພີ່ມປະສິດທິພາບການບໍລິການ ແລະ ອື່ນໆ ເພື່ອເພີ່ມລາຍຮັບໃຫ້ກັບຫົວໜ່ວຍວິຊາການຂອງຕົນເອງ.