Vientiane Times Lao
ສູນປິ່ນປົວຕາ ຈະບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ

ສູນປິ່ນປົວຕາ ຈະບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ  ຈະບໍລິການກວດ ແລະ ຜ່າຕັດພະຍາດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ (ຟຣີ) ໃນວັນທີ 8 ກຸມພາ 2025 ນີ້ ທີ່ສຸກສາລາ ສາລາຄໍາ ນະຄອນຫຼວງວຽງຈັນ.

ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.

ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ້ນ ຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.

Related Articles

Leave a Reply