ທິມງານສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈະບໍລິການກວດ ແລະ ຜ່າຕັດພະຍາດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ (ຟຣີ) ໃຫ້ປະຊາຊົນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນວັນທີ 17 ພຶດສະພາ 2025 ນີ້ ທີ່ໂຮງໝໍເມືອງປາກງື່ມ.
ພະຍາດສາຍຕາຂຸ່ນ (ແກ່ນຕາຂຸ່ນ) ແມ່ນພົບເຫັນຫຼາຍທົ່ວໄປໃນກຸ່ມຄົນອາຍຸ 50 ປີຂຶ້ນໄປ, ແກ່ນຕາຂຸ່ນ ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ່ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.
ແກ່ນຕາຂຸ່ນ ຈະມີອາການສາຍຕາມົວ, ເຫຼື້ອມຕາເວລາເບິ່ງແສງແຈ້ງ ແລະ ມັກມີວົງອ້ອມແສງດັ່ງກ່າວ ແລະ ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ່ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.
ເມື່ອທ່ານເປັນແກນຕາຂຸ່ນ ກໍສາມາດໄດ້ຮັບການກວດສາຍຕາວ່າເປັນແກ່ນຕາຂຸ່ນແທ້ ຫຼື ບໍ? ຖ້າກວດພົບແຕ່ຫົວທີ ກໍຈະສາມາດປິ່ນປົວໃຫ້ຖືກວິທີ ທັງຫຼຸດຜ່ອນການສູນເສຍສາຍຕາໂດຍຖາວອນ, ພ້ອມນັ້ນ ທ່ານຄວນຫຼີກລ່ຽງຄວາມສ່ຽງການເປັນແກ່ນຕາຂຸ່ນຄື: ການໃສ່ແວ່ນຕາທີ່ມີຂອບແວ່ນປົກເອົາຂອບຕາ ແລະ ປ້ອງກັນແສງໄດ້ດີ ຫຼື ໃສ່ໝວກ, ຫຼຸດຜ່ອນ ຫຼື ຢຸດເຊົາການສູບຢາກໍສາມາດຫຼຸດຜ່ອນການເປັນແກ່ນຕາຂຸ່ນໄດ້, ອີກວິທີໜຶ່ງສຳລັບຜູ້ທີ່ເປັນແກ່ນຕາຂຸ່ນສາມາດເບິ່ງເຫັນຄືນໄດ້ຄື: ຕ້ອງໄດ້ຮັບການປ່ຽນແກ່ນຕາທີ່ຂຸ່ນ ເນື່ອງຈາກວ່າການປ່ຽນແກ່ນຕາຂຸ່ນຍັງເປັນວິທີທີ່ດີປອດໄພທີ່ສຸດ ແລະ ຈະເຮັດໃຫ້ສາຍຕາຂອງທ່ານດີຂຶ້ນຕາມລະດັບ.