Vientiane Times Lao
ສູນວັດທະນະທຳຈີນປະຈໍາລາວ ໄດ້ເປີດໃຫ້ບໍລິການໃໝ່

ສູນວັດທະນະທຳຈີນປະຈໍາລາວ ໄດ້ເປີດໃຫ້ບໍລິການໃໝ່

ເມື່ອບໍ່ດົນມານີ້, ສູນວັດທະນະທຳຈີນປະຈໍາ ສປປ ລາວ ໄດ້ກັບມາເປີດໃຫ້ບໍລິການອີກຄັ້ງໃໝ່ແລ້ວ ຫຼັງ​ຈາກ​ທີ່​ໄດ້​ລໍ​ຄອຍມາ​ເປັນ​ເວ​ລາ 3 ປີ.

ສູນ​ວັດ​ທະ​ນະ​ທໍາ​ຈີນປະຈໍາລາວ ​ໄດ້​ເປີດໃຫ້ບໍລິການ​ຢ່າງ​ເຕັມ​ຮູບແບບເປັນ​ຄັ້ງ​ທຳ​ອິດ ເພື່ອໃຫ້ປະຊາຊົນໄດ້ເຂົ້າ​ຢ້ຽມຊົມ​ຢ່າງ​ເປັນ​ທາງ​ການ​ ນັບ​ແຕ່​ໄດ້​ຍ້າຍ​ສູນມາ​ຢູ່​ສະຖານທີ່ແຫ່ງ​ໃໝ່​ເມື່ອ 2 ປີ​ກ່ອນ ​ແລະ ໄດ້​ຮັບ​ການ​ຕອບຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ປະຊາຊົນ​ລາວ ​ແລະ ຊາວ​ຈີນ​ຕ່າງດ້າວ ໂດຍມີ​ຜູ້ເຂົ້າມາຢ້ຽມຢາມໃນມື້ເປີດສູນ​ປະມານ 100 ​ຄົນ ຊຶ່ງມີ​ຫ້ອງ​ວາງສະ​ແດງ, ຫ້ອງອະເນກປະສົງ, ຫ້ອງສະໝຸດ, ຫ້ອງສຳຜັດວັດທະນະທຳ ​ແລະ ຫ້ອງ​ອື່ນໆ ພ້ອມນັ້ນໄດ້ເປີດຫ້ອງ​ຝຶກ​ອົບຮົມ​ພາສາ​ຈີນ HSK1 ຊຸດທີ 6 ຂຶ້ນໂດຍມີ​ນັກຮຽນ​ຈາກ​ທຸກສາຂາອາຊີບ​ເຂົ້າຮ່ວມທັງໝົດ 30 ຄົນ.

ພາຍໃນຫ້ອງວາງສະແດງ, ມີຮູບແຕ້ມບູຮານຈີນ 40 ຮູບ ທີ່ສະ​ແດງ​ໃຫ້​ເຫັນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ສົດ​ງົດ​ງາມ​ຂອງພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານຈີນ, ແນວຄວາມຄິດດ້ານສິລະປະໃນບົດກະວີ ແລະ ຮູບແຕ້ມ ໄດ້ສືບສານອະລິຍະທໍາຂອງປະຊາຊົນຈີນທີ່ຍາວນານກວ່າ 5.000 ປີ. ນອກຈາກນີ້ຢູ່ຫ້ອງອະເນກປະສົງ ຍັງມີການສາຍຮູບເງົາຈີນ ຊຶ່ງຈັດໃນຫົວຂໍ້ “ໂຮງໜັງວັນຢຸດສັບປະດາ” ຮູບເງົາ “ປະຕິບັດການທະເລແດງ” ເລື່ອງນີ້ໄດ້ເລົ່າເຖິງສະມາຊິກ ກອງບັນຊາການຈຽວຫຼົງຂອງກອງທັບເຮືອຈີນທີ່ໄດ້ຮັບຄຳສັ່ງໃຫ້ປະຕິບັດພະລາກິດອົບພະຍົບຄົນອອກຈາກເຮືອ, ພວກເຂົາໄດ້ແບ່ງການຊ່ວຍເຫຼືອອອກເປັນສອງທາງ, ແຕ່ໂຊກຮ້າຍຖຶກສຸ້ມໂຈມຕີເຮັດໃຫ້ບາດເຈັບ ແລະ ເສຍຊີວິດ. ການເອົາຊະນະໂຈນສະລັດຂອງທະຫານເຮືອແມ່ນຖືເປັນໄຊຊະນະທີ່ກ້າຫານ ແລະ ໜ້າຕື່ນເຕັ້ນ. ພາຍໃນຫ້ອງສະຫມຸດມີປື້ມຫຼາຍກວ່າ 4.000 ຫົວ ປະກອບມີປື້ມພາສາຈີນ, ພາສາລາວ ແລະ ພາສາອັງກິດ ສາມາດເຂົ້າອ່ານໄດ້ໂດຍບໍ່ເສຍຄ່າ ຊຶ່ງໄດ້ນຳເອົາໜັງສືກ່ຽວກັບວັດທະນະທຳເປັນຫຼັກ,​ ມີ​ເຄື່ອງ​ມື​ອ່ານ​ເອ​ເລັກ​ໂຕຣ​ນິກ​ທີ່​ທັນ​ສະ​ໄໝ, ​ມີ​ບ່ອນ​ອ່ານ​ໜັງສື​ສຳລັບເດັກນ້ອຍໄວ້ໃຫ້ບໍລິການ ແລະ ຍັງມີບໍລິການການຢືມປື້ມນຳອີກ. ຫ້ອງສຳຜັດວັດທະນະທຳນີ້ ໄດ້ອອກແບບບູຮານ ມີອົງປະກອບວັດທະນະທຳອັນດັ້ງເດີມຂອງຈີນ ສາມາດສຳຜັດໄດ້ເຖິງສະເໜ່ທີ່ບໍ່ມີມື້ສິ້ນສຸດຂອງເຄື່ອງດົນຕີຈີນ ແລະ ໝາກລຸກຈີນ. ນອກນີ້ຍັງມີການສະແດງສິລະປະຊົງນໍ້າຊາ, ມີກາເຟ ແລະ ອາຫານຫວ່າງໄວ້ຄອຍບໍລິການ.

ສຳລັບຫໍສະໝຸດ​ຂອງ​ສູນ​ວັດທະນະທຳ​ຈີນ​ ໄດ້ເປີດ​ໃຫ້ບໍລິການທຸກໆ​ວັນ​ພຸດ​ຫາ​ວັນ​ສຸກ​ຕອນເຊົ້າ ​ເວລາ 9:00-11:00 ​ ແລະ ຕອນບ່າຍ ​ເວລາ 14:30-16:30; ຫ້ອງ​ວາງສະ​ແດງ, ໂຮງໜັງວັນຢຸດສັບປະດາ, ຫ້ອງສຳຜັດວັດທະນະທຳ ເປີດທຸກໆວັນເສົາ ເວລາ 9:00-16:00 ໂມງ; ຫ້ອງຮຽນພາສາຈີນ ເປີດສອນ ວັນເສົາ-ວັນອາທິດ ເວລາ 9:00-11:00 ໂມງ.

ແຫຼ່ງຂ່າວ: ສູນວັດທະນະທຳຈີນ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ