ປະຈຸບັນ ແຂວງຫຼວງນໍ້າທາ ໄດ້ສໍາເລັດ 15 ກິດຈະກໍາ ປີທ່ອງທ່ຽວລາວ 2024 ພາຍຫຼັງໄດ້ມີພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງນໍ້າທາຢ່າງເປັນທາງການ ໃນວັນ 26 ທັນວາ 2023 ພ້ອມກັບງານບຸນນະມັດສະການພະທາດຫຼວງນໍ້າທາ.
15 ກິດຈະກໍາ ປີທ່ອງທ່ຽວລາວ 2024 ຂອງແຂວງແຂວງຫຼວງນໍ້າທາ: ກິດຈະກຳລະດັບຊາດ ມີ 1 ກິດຈະກໍາ ກໍຄືບຸນນະມັດສະການ ແລະ ປະກາດຮັບຮອງພະທາດຫຼວງຈຽງຕຶງ ເປັນມໍລະດົກແຫ່ງຊາດ ຈັດຂຶ້ນໃນລະຫວ່າງວັນທີ 9-15 ພະຈິກ 2024. ກິດຈະກຳລະດັບແຂວງ ມີ 5 ກິດຈະກໍາ ປະກອບມີ: ງານບຸນເຜົ່າໄຕດໍາ ເຂດບ້ານທົ່ງດີ, ເທດສະການດົນຕີນໍ້າທາ, ງານບຸນນະມັດສະການພະທາດປຸມປຸກ, ງານບຸນຊວງເຮືອປະຈໍາປີ 2024 ແລະ ບຸນນະມັດສະການພະທາດຫຼວງນໍ້າທາ ປີ 2024. ກິດຈະກຳລະດັບເມືອງ ມີ 9 ກິດຈະກໍາ ກິດຈະກໍາ ປະກອບມີ: ບຸນປາງເມືອງທົ່ວເມືອງສິງ, ງານບຸນບັ້ງໄຟ ຫຼື ບຸນປອຍເຜົ່າໄຕ໋ລື້, ບຸນກິນຈຽງເຜົ່າຢັ້ງ, ບຸນຊວງເຮືອປະຈໍາປີ 2024, ງານບຸນປາງເມືອງທົ່ວເມືອງລອງ, ບຸນກິນຈຽງ ເຜົ່າອາຄາທົ່ວເມືອງລອງ, ງານບຸນຊວງເຮືອປະຈໍາປີ 2024, ງານບຸນເກຼິ ຫຼື ບຸນປົດນຶມເມືອງນາ ແລະ ບຸນປີໃໝ່ລາວ.
ສໍາລັບ ກິດຈະກໍາ ປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງນໍ້າທາ ໄດ້ສິ້ນສຸດລົງ ແລະ ໄດ້ຮັບໝາກຜົນຕາມລະດັບຄາດໝາຍ ແຕ່ການສົ່ງເສີມກິດຈະກໍາ ເພື່ອສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າຂອງແຂວງ, ແຂວງຫຼວງນໍ້າທາ ຍັງຄົງສືບຕໍ່ຢ່າງຕໍ່ເນື່ອງ ແລະ ໃຫ້ມີບັນຍາກາດຟົດຟື້ນ ແນ່ໃສ່ຊຸກຍູ້ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງ ໃຫ້ມີບາດກ້າວຂະຫຍາຍຕົວທີ່ແຂງແຮງກວ່າເກົ່າ.
ຕະຫຼອດປີ 2024 ເຮັດໃຫ້ແຂວງຫຼວງນໍ້າທາ ມີຫຼາກຫຼາຍກິດຈະກໍາ ທັງເປັນການໂຄສະນາທ່າແຮງດ້ານການທ່ອງທ່ຽວຂອງແຂວງ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ຫຼວງນໍ້າທາ ນັບມື້ເພີ່ມຂຶ້ນ. ສະເພາະແຕ່ເດືອນມັງກອນ-ເດືອນພະຈິກ ປີ 2024 ນີ້ ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງ 1,1 ລ້ານກວ່າເທື່ອຄົນ, ສ້າງລາຍຮັບທາງກົງ-ທາງອ້ອມເຂົ້າແຂວງ ໄດ້ເກືອບ 37 ລ້ານກວ່າໂດລາ.
ໃນປີ 2025, ແຂວງຫຼວງນໍ້າທາ ຄາດຄະເນວ່າ ຈະມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ 1,5 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ 65 ລ້ານກວ່າໂດລາ. ຮອດປີ 2030 ແຂວງຫຼວງນໍ້າທາ ຈະມີແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ທີ່ໄດ້ມາດຕະຖານລະດັບພາກພື້ນ ແລະ ສາກົນ ຫຼາຍກວ່າ 5 ແຫ່ງ ເພື່ອຮອງຮັບນັກທ່ອງທ່ຽວ ສປ ຈີນ ແລະ ທົ່ວໂລກ ທີ່ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ.
ແຫຼ່ງຂ່າວ: ສື່ມວນຊົນ ແຂວງຫຼວງນໍ້າທາ