ລັດຖະບານ ສ.ເກົາຫຼີ (ໂດຍຜ່ານອົງການ KOICA) ໄດ້ມອບອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງປະກອບມີ- ຕູ້ໃຊ້ສຳລັບເກັບຕົວຢ່າງກໍລະນີສົງໃສ (Walk through Booth) ຈຳນວນ 30 ຕູ້, Hemodialysis Machine with Water Supply Nipro ຈຳນວນ 10 ຊຸດ, Hemodialysis Machine Without Walter Supply Fresenius ຈຳນວນ 2 ຊຸດ, Fully auto Biochemistry Analyzer Biolabo ຈຳນວນ 6 ຊຸດ, Hotspital Beds (Including Medical Mattress Pattient Side Table, Cabinet And Bed Accessories ) ຈຳນວນ 11 ຊຸດ ແລະ Patient Monitor With Cart Andromeda ຈຳນວນ 18 ເຄື່ອງ.
ພິທີມອບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 8 ມິຖຸນາ 2021 ທີ່ຜ່ານມາ ຢູ່ກະຊວງສາທາລະນະສຸກ, ຕາງໜ້າລັດຖະບານ ສ.ເກົາຫຼີ ກ່າວມອບໂດຍ ພະນະ ທ່ານ ອິມ ມຸຮົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.
ຂໍ້ມູນ-ພາບ: ສູນຂ່າວສານການແພດ