Vientiane Times Lao
ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນ 300.000 ໂດລາ ເພື່ອສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ

ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນ 300.000 ໂດລາ ເພື່ອສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ

ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ໄດ້ປະກອບສ່ວນທຶນຮອນຊ່ວຍເຫຼືອ ໃຫ້ແກ່ ລັດຖະບານລາວ ເປັນຈຳນວນເງິນ 300.000 ໂດລາສະຫະລັດ ໃຫ້ລັດຖະບານລາວ ເພື່ອສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ.

ເງິນຈຳນວນດັ່ງກ່າວ ທີ່ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ນຳມາມອບໃຫ້ແກ່ລັດຖະບານລາວ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການຜະລິດເປັນສິນຄ້າ ຂອງ ສປປ ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ພິທີມອບຮັບເງິນຈຳນວນ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ ໃນການມອບລະຫວ່າງ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາງໜ້າຮັບ ແລະ ທ່ານ ເລ ແທັງ ປະທານສະພາຜູ້ບໍລິຫານ ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ເປັນຜູ້ມອບ.​

Related Articles

Leave a Reply