ອຳນາດການປົກຄອງແຂວງຫົວພັນ ວາງແຜນ ສ້າງສິ່ງອຳນວຍຄວາມສະດວກໃນການທ່ອງທ່ອງ ພູຜາຖີ່ ເມືອງຊຳເໜືອ ແຂວງຫົວພັນ ຫວັງໃຫ້ພື້ນທີ່ດັ່ງກ່າວເຂົ້າເຖິງໄດ້ຫຼາຍຂຶ້ນ ແລະ ສົ່ງເສີມການທ່ອງທ່ຽວທາງປະຫວັດສາດ.
ພູດັ່ງກ່າວມີຄວາມສຳຄັນທາງດ້ານການທະຫານໃນສະໄໝສົງຄາມອິນດູຈີນ ແລະ ຖືກສັດຕູຄວບຄຸມໃນປີ 1968. ໃນທຸກມື້ນີ້, ຍັງມີຮ່ອງຮອຍຂອງສັດຕູ, ຍັງມີໂຄງສ້າງເກົ່າໆ ລວມທັງບ່ອນເກັບມ້ຽນອາວຸດ ແລະ radar ກໍຍັງຄົງມີໃຫ້ເຫັນ.
ໂດຍ ອຳນາດການປົກຄອງແຂວງຫົວພັນ ໄດ້ວາງແຜນກໍ່ສ້າງຮ້ານອາຫານ, ຫ້ອງນ້ຳ, ບ່ອນຈອດລົດ, ສູນຂໍ້ມູນຂ່າວສານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ຫວັງວ່າຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມສະຖານທີ່ດັ່ງກ່າວຫຼາຍຂຶ້ນ. ພູຜາຖີ່ຕັ້ງຢູ່ຫ່າງຈາກຕົວເມືອງຊຳເໜືອ 63 ກິໂລແມັດ.
ອຳນາດການປົກຄອງແຂວງກ່າວວ່າ ສະຖານທີ່ແຫ່ງໃໝ່ນີ້ ຈະສ້າງລາຍຮັບໃຫ້ແກ່ຊາວບ້ານທ້ອງຖິ່ນ, ພ້ອມກັນນັ້ນ ຍັງເຮັດໃຫ້ປະຊາຊົນ ໂດຍສະເພາະນັກຮຽນ ນັກສຶກສາ ໄດ້ເຂົ້າໄປຢ້ຽມຊົມສະຖານທີ່ ແລະ ຮຽນຮູ້ປະຫວັດສາດ ແລະ ບັ້ນຮົບອັນສຳຄັນຂອງລາວ.
ອີງຕາມຂໍ້ມູນຈາກ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ, ພູຜາຖີ່ ມີ ຄວາມສູງຈາກໜ້ານ້ຳທະເລປະມານ 1,700 ແມັດ ແລະ ພູພຽງອ້ອມຮອບແມ່ນປະມານ 1,200 ແມັດ.
ແຂວງຫົວພັນ ເປັນອີກແຂວງໜຶ່ງທາງພາກເໜືອຂອງ ສປປ ລາວ ທີ່ຍັງມີຄວາມອຸດົມສົມບູນທາງທຳມະຊາດຫຼາຍ, ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນ 600 ກິໂລແມັດ, ເຊິ່ງໃນປັດຈຸບັນ ການເດີ່ນທາງແມ່ນມີຄວາມສະດວກສະບາຍຫຼາຍຂຶ້ນ ຜ່ານທາງເຮືອບິນ ໃນສະໜາມບິນ ໜອງຄ້າງ, ເມືອງຊຳເໜືອ ແຂວງຫົວພັນ.
ພູຜາຖີ່ ແມ່ນໜຶ່ງໃນຈໍານວນ ພູຜາຫຼາຍໜ່ວຍ ທີ່ເປັນຍຸດທະສາດດ້ານການທະຫານໃນສະໄໝສູ້ຮົບ, ຕັ້ງຢູ່ທາງພາກເໜືອຂອງປະເທດລາວ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງຜາໜ່ວຍນີ້ ຖືກໃຊ້ເປັນຄ້າຍທະຫານ ຂອງສະຫະລັດ ອາເມຣິກາ ໃນໄລຍະສົງຄາມຫວຽດນາມ ແລະ ສົງຄາມລັບໃນລາວ ເຊິ່ງເປັນທີ່ຕັ້ງ ທະຫານລັບ ຂອງສະຫະລັດອາເມຣິກາ ຮູ້ຈັກກັນ ໃນຊື່ລະຫັດ ລີມາ 85 ຫຼື LS-85 (L = Lima = Laos; S=Site).
ຮູບພາບ: Phoonsab Thepvongsa