Vientiane Times Lao
ຫົວພັນ ເຂັ້ມງວດປ້ອງກັນພະຍາດໂຄວິດ-19 ເຖິງແມ່ນວ່າຍັງບໍ່ມີຜູ້ຕິດເຊື້ອພາຍ ໃນແຂວງກໍຕາມ

ຫົວພັນ ເຂັ້ມງວດປ້ອງກັນພະຍາດໂຄວິດ-19 ເຖິງແມ່ນວ່າຍັງບໍ່ມີຜູ້ຕິດເຊື້ອພາຍ ໃນແຂວງກໍຕາມ

 ປະຈຸບັນນີ້, ຢູ່ປະເທດລາວຍັງມີແຕ່ແຂວງຫົວພັນພຽງແຂວງດຽວ ເທົ່ານັ້ນທີ່ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວີດ-19, ແຕ່ ເຖິງແມ່ນວ່າຈະຍັງບໍ່ມີຜູ້ຕິດເຊື້ອດັ່ງກ່າວ, ທາງອໍານາດການປົກຄອງແຂວງຫົວພັນ ກໍໄດ້ເພີ່ມທະວີໃນການປ້ອງກັນພະຍາດດັ່ງກ່າວບໍ່ຕ່າງຫຍັງກັບແຂວງທີ່ພົບຜູ້ຕິດເຊື້ອ ໂດຍໄດ້ສືບຕໍ່ອອກແຈ້ງການເມື່ອມໍ່ໆມານີ້ໃນການເພີ່ມທະວີການປ້ອງກັນພະຍາດໂຄວິດ-19 ເຊັ່ນດຽວກັນກັບແຂວງອື່ນໆທີ່ມີຜູ້ຕິດເຊື້ອ, ໂດຍໃຫ້ສືບຕໍ່ປິດການເດີນທາງ ເຂົ້າ-ອອກແຂວງເປັນເວລາ 14 ວັນ ນັບແຕ່ວັນທີ 5-18 ຕຸລາ 2021.

ເນື້ອໃນສໍາຄັນແຈ້ງການສະບັບນີ້ ໄດ້ລະບຸໄວ້ວ່າ: ຫ້າມບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງຫົວພັນ ເດີນທາງອອກໄປຕ່າງແຂວງ ແລະ ຫ້າມຄົນຕ່າງແຂວງເດີນທາງເຂົ້າມາແຂວງຫົວພັນ, ຖ້າກໍລະນີບຸກຄົນ, ນິຕິບຸກຄົນ ທີ່ມີຄວາມຈຳເປັນອັນຮີບດ່ວນ ຈະເດີນທາງເຂົ້າ-ອອກ ແຂວງຫົວພັນ ຕ້ອງໄດ້ອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນ ສາກ່ອນ.

ພ້ອມກັນນັ້ນ ຍັງສືບຕໍ່ປິດການຂົນສົ່ງໂດຍສານ ທາງບົກ-ທາງອາກາດ, ປິດການຂົນສົ່ງສິນຄ້າເຂົ້າ-ອອກ ແຂວງຫົວພັນ ຍົກເວັ້ນລົດບັນທຸກສິນຄ້າປະເພດນໍ້າມັນ ຕ້ອງໄດ້ປະຕິບັດການປ່ຽນຖ່າຍສິນຄ້າ ຫຼື ປ່ຽນໂຊເຟີລົດຢູ່ຈຸດກວດກາຂອງແຂວງ, ສ່ວນລົດປະເພດອື່ນໆ ແມ່ນບໍ່ອະນຸຍາດໃຫ້ເຂົ້າແຂວງຫົວພັນຢ່າງເດັດຂາດ.

Related Articles

Leave a Reply