Vientiane Times Lao
<strong>ຫຼາຍບັນຫາທີ່ສໍາຄັນຈະຖຶກຍົກມາພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ</strong><strong>4 </strong><strong>ຂອງ ສພຂ ຫຼວງພະບາງ ຊຸດທີ</strong><strong>II</strong>

ຫຼາຍບັນຫາທີ່ສໍາຄັນຈະຖຶກຍົກມາພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ4 ຂອງ ສພຂ ຫຼວງພະບາງ ຊຸດທີII

ກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາປະຊາຊົນແຂວງຫຼວງພະບາງ (ສພຂ) ຊຸດທີII ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ1-3 ກຸມພາ 2023 ທີ່ນະຄອນຫຼວງພະບາງ ຊຶ່ງກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານພາຍໃນແຂວງ.

ທ່ານນາງ ແກ້ວລາ ມະນີຈິດ ຄະນະປະຈຳເລຂາທິການສະພາປະຊາຊົນ ແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງພະບາງ ວ່າ: ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆ ເປັນຕົ້ນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງການປົກຄອງແຂວງປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023. ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023. ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ2023. ລາຍງານກ່ຽວກັບການເຄື່ອນໄຫວວຽກງານກວດສອບປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ແລະ ຜົນການກວດສອບຄືນການສະຫຼຸບງົບປະມານຂາດຕົວປະຈໍາປີ 2021. ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ2022 ແລະ ທິດທາງແຜນການ 6 ເດືອນ ຕົ້ນປີ 2023.

ນອກຈາກນັ້ນ ຍັງມີບົດປະກອບຄໍາເຫັນຄະນະປະຈໍາ ສພຂ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງປະຈໍາປີ2022 ແລະ ທິດທາງແຜນການປະຈໍາປີ2023. ບົດປະກອບຄໍາເຫັນຄະນະປະຈໍາ ສພຂ ຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ2022 ແລະ ທິດທາງ 6ເດືອນຕົ້ນປີ2023 ແລະ ຕໍ່ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ2022 ແລະ ທິດທາງແຜນການປະຈໍາປີ2023ຂອງອົງການໄອຍະການປະຊາຊົນແຂວງ.

ນອກນັ້ນ ຍັງມີມະຕິກອງປະຊຸມ ສພຂ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກວດສອບປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ2023 ແລະ ຜົນການກວດສອບຄືນການສະຫຼຸບງົບປະມານຂາດຕົວປະຈໍາປີ2021. ມະຕິກອງປະຊຸມ ສພຂ ວ່າດ້ວຍການຮັບຮອງເອົາບົດລາຍງານຜົນການກວດກາການຕ້ານການສໍ້ລາດບັງຫຼວງແລະຜົນການແກ້ໄຂຜົນການກວດສອບປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2023 ແລະ ອຶ່ນໆອີກ.

ໃນໄລຍະດຳເນີນກອງປະຊຸມ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວແຂວງຫຼວງພະບາງ ຍັງໄດ້ໃຊ້ສິດປະຊາທິປະໄຕເພື່ອສະເໜີບັນດາຄໍາເຫັນຄໍາເຫັນອັນເປັນປະໂຫຍດຕໍ່ກອງປະຊຸມສະໄໝສາມັນເທື່ອທີ4 ຂອງ ສພຂ ຫຼວງພະບາງໃນໄລຍະດຳເນີນກອງປະຊຸມໂດຍຜ່ານໂທລະສັບສາຍດ່ວນ 071 156 (ບໍ່ເສຍຄ່າ).

ແຫຼ່ງຂ່າວ: ສື່ມວນຊົນ ແຂວງຫຼວງພະບາງ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ