Vientiane Times Lao
ຫຼາຍບັນຫາທີ່ສໍາຄັນຖືກຍົກມາປຶກສາຫາລືທີ່ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

ຫຼາຍບັນຫາທີ່ສໍາຄັນຖືກຍົກມາປຶກສາຫາລືທີ່ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ເມສາ 2025 ໄດ້ຈັດຂຶ້ນໃນວັນທີ 24 ເມສາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າການນຳບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025.

ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນລະຫວ່າງວັນທີ 24-25 ເມສາ 2025 ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ສະພາບພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ຂອງລັດຖະບານ; ສະພາບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030; ຮ່າງດໍາລັດວ່າດ້ວຍ ກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; ຮ່າງກົດໝາຍວ່າດ້ວຍການປູກຝັງ; ຮ່າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ; ຮ່າງວິໄສທັດຮອດປີ 2040 ແລະ ແຜນການຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າ ປີ 2025-2030.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການ ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ຄາດເດົາໄດ້ຍາກ ໂດຍສະເພາະ ບັນຫາການຂຶ້ນອັດຕາພາສີນໍາເຂົ້າ ຂອງ ສ ອາເມຣິກາ ຕໍ່ປະເທດຕ່າງໆ ເຮັດໃຫ້ເສດຖະກິດໂລກ ທີ່ມີຫຍຸ້ງຍາກຢູ່ແລ້ວ ຍິ່ງມີຄວາມຜັນຜວນ ສົ່ງຜົນກະທົບເປັນວົງກວ້າງຂຶ້ນຕື່ມ. ສໍາລັບ ສປປ ລາວ ກໍຈະບໍ່ສາມາດຫຼີກລ່ຽງຜົນກະທົບດັ່ງກ່າວໄດ້ ຊຶ່ງລັດຖະບານກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າບັນດາມາດຕະການຮັບມື, ວິທີການ ໃນການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວແຕ່ຫົວທີ ແລະ ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນມາແລ້ວ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນອກຈາກນີ້, ຍັງມີບັນຫາໄພທໍາມະຊາດ ແຜ່ນດິນໄຫວຢູ່ປະເທດມຽນມາ, ໄຟໄໝ້ປ່າ, ພະຍາດລະບາດ ແລະ ອື່ນໆ ກໍຍັງຈະສືບຕໍ່ເປັນສິ່ງທ້າທາຍ ທີ່ຈະເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ.

ໃນໂອກາດດຽວກັນ, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ແລະ ຜູ້ຕາງໜ້າການນໍາອົງການປົກຄອງທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງແທດກັບສະພາບຄວາມເປັນຈິງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply