Vientiane Times Lao
ຫຼາຍພາກສ່ວນຮ່ວມສະໜັບສະໜູນ ທັບນັກກິລາ ຍີມນາສຕິກລີລາລາວ ເຂົ້າຮ່ວມກິລາໂອແລມປິກສາກົນ 2024 

ຫຼາຍພາກສ່ວນຮ່ວມສະໜັບສະໜູນ ທັບນັກກິລາ ຍີມນາສຕິກລີລາລາວ ເຂົ້າຮ່ວມກິລາໂອແລມປິກສາກົນ 2024 

ຫຼາຍພາກສ່ວນຮ່ວມສະຫນັບສະຫນູນທັບນັກກິລາ ຍີມນາສຕິກລີລາລາວ ເພື່ອເຂົ້າຮ່ວມງານກິລາໂອແລມປິກ ສາກົນ 2024 ທີ່ປະເທດຝຣັ່ງ, ເຊິ່ງ ແພຣວາ ມີຊາໂຕະ ພິລາພັນເດ໌ຊ ທີ່ຕິດ 1 ໃນ 4 ຄົນ ນຳທັບນັກກິລາ ຍີມນາສຕິກ ລີລາລາວ ເຂົ້າຮ່ວມການແຂ່ງຂັນ ງານກິລາໂອແລມປິກ ສາກົນ 2024 ທີ່ປະເທດຝຣັ່ງ ເປັນເຈົ້າພາບ, ເຊິ່ງຈະໄດ້ອອກ ເດີນທາງພ້ອມ ດ້ວຍຄະນະບໍລິຫານງານ ສະຫະພັນ ຍີມນາສຕິກລີລາ ແຫ່ງຊາດລາວ ມຸ້ງໜາສູ່ ນະຄອນຫຼວງ ປາຣີ ປະເທດຝຣັ່ງ ໃນວັນທີ 1 ສິງຫາ 2024 ນີ້. 

ແພຣວາ ມີຊາໂຕະ ພິລາພັນເດ໌ຊ ມີໂປຣແກຣມລົງແຂ່ງຂັນ ກິລາຍີມນາສຕິກລີລາ ງານກິລາໂອແລມປິກສາກົນ 2024 ລະຫວ່າງວັນທີ 8-9 ສິງຫາ 2024 ສະເພາະຮອບ ຄັດເລືອກ ຈະແຂ່ງຂັນໃນວັນທີ 8 ສິງຫາ 2024 ເລີ່ມແຂ່ງຂັນເວລາ 10:00 ໂມງ ເປັນຕົ້ນໄປ ຫຼື ເວລາ 15:00 ໂມງ ຕາມເວລາຂອງປະເທດລາວ ແລະ ແຂ່ງຂັນເວລາ 15:00 ໂມງ ຫຼື ປະມານ 20:00 ໂມງ ຕາມເວລາຂອງປະເທດລາວ ສ່ວນຮອບຊີງ ຊະນະເລີດ ຈະຈັດຂຶ້ນ ໃນວັນທີ 9 ສິງຫາ 2024 ເລີ່ມແຂ່ງຂັນ ເວລາ 14:30 ໂມງ ຫຼື ປະມານ 19:30 ໂມງ ຕາມເວລາ ຂອງປະເທດລາວ.

ໃນໄລຍະຜ່ານມາ ແພຣວາ ໄດ້ຝຶກຊ້ອມເກັບຕົວກຽມ ຄວາມພ້ອມ ຢູ່ທີປະເທດອາເຊີໄບຈານ ໂດຍການສະໜັບ ສະໜູນຈາກສະຫະພັນຍີມນາສຕິກອາເຊີໄບຈານ ເປັນໄລ ຍະເວລາ 1 ເດືອນເຕັມ, ໃນໂອກາດນີ້ ແພຣວາ ກໍໄດ້ໃຫ້ ສຳພາດ ມາຍັງສື່ມວນຊົນພວກເຮົາວ່າ: ຕອນນີ້ ນ້ອງພ້ອມແລ້ວທີ່ ຈະລົງສະໜາມແຂ່ງຂັນ ຫຼັງຈາກໄດ້ຝຶກຊ້ອມຢູ່ທີ່ ອາເຊີ ໄບຈານ ຊຶ່ງມີນັກກິລາທີ່ເຂົ້າຮ່ວມໂອແລມປິກ ໄປຊ້ອມຢຸ່ທີ່ ນັ້ນຫຼາຍຄົນ ສ່ວນອາການບາດເຈັບຂອງນ້ອງແມ່ນດີຂຶ້ນ ຫຼາຍ ແລະ ຊ້ອມໄດ້ຄ່ອງຕົວຫຼາຍຂຶ້ນ ຄິດວ່າຮອດມື້ ແຂ່ງຂັນຕົວຈິງທຸກຢ່າງຈະຜ່ານໄປໄດ້ດ້ວຍດີ ຈະເຮັດໃຫ້ ເຕັມທີ່ ແລະ ສະໜຸກກັບຜົນງານທີ່ຈະອອກມາ ຂໍຝາກເຖິງ ພໍ່ແມ່ປະຊາຊົນຊາວລາວທຸກໆທ່ານເປັນກຳລັງຊ່ວຍເຊຍ ສົ່ງກຳລັງໃຈໃຫ້ນັກກິລາລາວ ທັງ 4 ຄົນ ພວກເຮົາດ້ວຍ.

ໃນການເຂົ້າຮ່ວມແຂ່ງຂັນງານດັ່ງກ່າວກໍໄດ້ຮັບການສະໜັບສະໜູນຈາກບັນດາບໍລິສັດຕ່າງໆປະກອບມີ 20 ພາກສ່ວນຫຼັກ ຄືດັ່ງລຸ່ມນີ້:

1. ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ

2. ບໍລິສັດ ເຄພີ ຈໍາກັດ

3. ບໍລິສັດ ລາວ ສະແຕນເລ່ ຈຳກັດ

4. ບໍລິສັດ ເຄພີ ສາມຈີ ແອນ ໂນມູຮະເທຮດດິ້ງ ຈຳກັດ

5. ບໍລິສັດ ເຄພີບໍລິການ ແລະ ພັດທະນາສີມືແຮງງານ ຈໍາກັດ

6. ບໍລິສັດ ພີພີ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ

7. ບໍລິສັດ ເຄພີ ໂລຈີສຕິກ ຈໍາກັດ

8. ບໍລິສັດ ເຄພີທີແອວ ໂອໂຕ ຈໍາກັດ

9. ບໍລິສັດ ເຄເອັສພີ ການຄ້າ ຈໍາກັດ

10. ບໍລິສັດ ເຄພີວີ ການຄ້າ ຈໍາກັດ

11. ບໍລິສັດ ລາວໂຕໂຢຕ້າ ພາກໃຕ້ ຈຳກັດ

12. ບໍລິສັດ ອິຊູຊຸ ລາວ ບໍລິການ ຈຳກັດ

13. ບໍລິສັດ ເຄພີ ບິ້ວ ລາວ ຈໍາກັດ

14. ບໍລິສັດ ເຄພີ ແອນ ໂອກ ໄລຟ໌ໂປຮດັກສ໌ ຈໍາກັດ

15. ບໍລິສັດ ຄລູສະປອດ ຈຳກັດ

16. ບໍລິສັດ ລາວ ໂທລະຄົມ ຈໍາກັດ

17. ບໍລິສັດ ຊຽງທອງຫຸ້ນສວ່ນ ຈຳກັດ 

18. ບໍລິສັດ OAK HONGKONG ຈໍາກັດ 

19. ບໍລິສັດ MATSUSHIN ຈໍາກັດ

20. ສະມາຄົມຟູຣິຄາເກະສາກົນ

Related Articles

Leave a Reply