ວັນທີ 7 ພະຈິກນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນ ໄດ້ເຜີຍແຜ່ປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ”. ປື້ມປົກຂາວ ໄດ້ແນະນຳແນວຄວາມຄິດ ແລະ ພຶດຕິກຳຕົວຈິງຂອງການພັດທະນາ ແລະ ການຄຸ້ມຄອງອິນເຕີເນັດຂອງຈີນໃນຍຸກໃໝ່, ໄດ້ແບ່ງປັນຜົນສຳເລັດທີ່ຕັ້ງໜ້າຂອງຈີນໃນການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ ແລະ ຈ້ອງມອງເບິ່ງອະນາຄົດຂອງການຮ່ວມມືສາກົນທາງດ້ານອິນເຕີເນັດ.
ເນື້ອໃນປື້ມປົກຂາວລະບຸວ່າ: ການນຳໃຊ້ ແລະ ຄຸ້ມຄອງອິນເຕີເນັດເປັນຢ່າງດີ ເພື່ອໃຫ້ອິນເຕີເນັດສ້າງຄວາມສຸກໃຫ້ແກ່ມວນມະນຸດດີກວ່າເກົ່າ ແມ່ນໜ້າທີ່ຮັບຜິດຊອບຮ່ວມຂອງປະຊາຄົມໂລກ. ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດ ແລະ ມີຊາວອິນເຕີເນັດຫຼາຍທີ່ສຸດຢູ່ໃນໂລກ, ຈີນ ໄດ້ໄປຕາມທ່າອ່ຽງການພັດທະນາໃນຍຸກສະໄໝຂໍ້ມູນຂ່າວສານ, ຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນທັດສະນະການປົກຄອງໂລກທີ່ປຶກສາຫາລືຮ່ວມກັນ, ການສ້າງສາຮ່ວມກັນ ແລະ ການຊົມໃຊ້ຮ່ວມກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ.
ເນື້ອໃນປື້ມປົກຂາວ ຍັງລະບຸວ່າ: ຈີນຍິນດີຮ່ວມກັບປະເທດຕ່າງໆຢູ່ໃນໂລກ, ຮ່ວມກັນສ້າງອິນເຕີເນັດທີ່ຍຸຕິທຳ ແລະ ເໝາະສົມ, ເປີດກວ້າງ ແລະ ກວມລວມ, ມີຄວາມປອດໄພ ແລະ ຄວາມໝັ້ນຄົງ ແລະ ມີຊີວິດຊີວາຫຼາຍກວ່າເກົ່າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ ເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າຂອງມວນມະນຸດ.
ຂ່າວ: CRI-FM93