ກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ອອກແຈ້ງການເມື່ອບໍ່ດົນມານີ້ວ່າ ຫ້າມບັນດາຮ້ານກິນດື່ມ,ຮ້ານອາຫານ ແລະ ບັນເທີງ ເປີດບໍລິການກາຍໂມງທີ່ກຳນົດໄວ້ ຕາມລະບຽບ ຊຶ່ງນັບແຕ່ວັນທີ 31 ທັນວາ 2019 ຫາ ວັນທີ 01 ມັງກອນ 2020 ເພາະເປັນມື້ສົ່ງທ້າຍປີເກົ່າ 2019 ແລະຕ້ອນຮັບປີໃໝ່ 2020.
ບັນດາຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານອາຫານເປີດບໍລິການຮອດ 12 ໂມງກາງຄືນ ຖ້າກາຍໂມງທີ່ກຳນົດໄວ້ຄື : 00 ໂມງ 30 ນາທີ ຖ້າພົບເຫັນຈະສັ່ງປິດທັນທີ ແລະ ປະຕິບັດຕາມລະບຽບກົດໝາຍ ຕໍ່ບັນດາຮ້ານທີ່ລະເມີດຂໍ້ຫ້າມດັ່ງກ່າວ.
ນອກຈາກນັ້ນ ໃບແຈ້ງການຍັງໄດ້ລະບຸໄວ້ວ່າ: ໃນໄລຍະງານສະຫຼອງດັ່ງກ່າວ ຫ້າມບໍ່ໃຫ້ມີການຊື້-ຂາຍສິນຄ້າ ແລະ ອຸປະກອນທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ ເຊັ່ນ: ກະໂພກ, ບັ້ງໄຟດອກ, ຫ້າມຈູດໂຄມໄຟລອຍຟ້າ, ບໍ່ໃຫ້ນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ທາດກຳມະລັງສີ, ວັດຖຸທີ່ອອກລິດຕໍ່ສຸຂະພາບຈິດ, ນອກນັ້ນ ຍັງຫ້າມການນຸ່ງເຄື່ອງສັ້ນ-ເຂີນ ທີ່ບໍ່ຖືກຕ້ອງຕາມປະເພນີ, ຫ້າມເຕັ້ນ-ຟ້ອນອານາຈານຕາມແຄມທາງ ຫຼື ຫຼີ້ນການພະນັນທຸກປະເພດ. ຫ້າມຂີ່ພາຫະນາເປັນກຸ່ມ, ຫ້າມແລ່ນລົດໄວເກີນຂອບເຂດ, ຫ້າມດື່ມສິ່ງມືນເມົາແລ້ວຂັບຍານພາຫະນະ ແລະ ອື່ນໆ.
ສະເພາະການສະເຫຼີມສະຫລອງວັນຄຣິດສະມາດນັບແຕ່ວັນທີ 24 ຫາ 30 ທັນວາ 2019 ນັ້ນ ແມ່ນຫ້າມບັນດາຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານອາຫານເປີດກາຍ 23 ໂມງ 30.
ທັງນີ້ກໍ່ເພື່ອ ປ້ອງກັນຄວາມປອດໄພ ແລະ ປ້ອງກັນຄວາມສະຫງົບໃນຊ່ວງໄລຍະເວລາບຸນດັ່ງກ່າວ.
ຂ່າວ : ສົມພາວັນ
ພາບ: ວຽງຈັນທາຍ