Vientiane Times Lao
ຫ້າມຫາປາ ຢູ່ເຂດສາຍນໍ້າຮຸນ ເມືອງງອຍ ມາບໍລິໂພກ ຢ່າງເດັດຂາດ ເພາະມີສານເຄມີໄຫຼລົງສາຍນໍ້າດັ່ງກ່າວ

ຫ້າມຫາປາ ຢູ່ເຂດສາຍນໍ້າຮຸນ ເມືອງງອຍ ມາບໍລິໂພກ ຢ່າງເດັດຂາດ ເພາະມີສານເຄມີໄຫຼລົງສາຍນໍ້າດັ່ງກ່າວ

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງງອຍ ແຂວງຫຼວງພະບາງ ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງພໍ່ແມ່ປະຊາຊົນ ບ້ານ ພາຍໃນກຸ່ມເທດສະບານ ເມືອງງອຍ ແຂວງຫຼວງພະບາງ ຊາວວ່າ:

ຫ້າມຫາປາ ຫຼື ເອົາປາທີ່ຕາຍຢູ່ເຂດສາຍນໍ້າຮຸນ ມາບໍລິໂພກ ຢ່າງເດັດຂາດ, ເນື່ອງຈາກວ່າ ປະຈຸບັນນີ້ ມີກຸ່ມຄົນບໍ່ຫວັງດີຈົງໃຈນຳເອົາສານເຄມີ ໄປຖີ້ມຢູ່ເຂດແມ່ນໍ້າຫ້ວຍຊອງ ຊຶ່ງສາຍນໍ້າດັ່ງກ່າວ ແມ່ນໄຫຼລົງໃສ່ສາຍນໍ້າຮຸນ ເຮັດໃຫ້ມີປາຕາຍເປັນຈໍານວນຫຼາຍ.

 ສະນັ້ນ ຂໍໃຫ້ພໍ່ແມ່ປະຊາຊົນ ພາຍໃນກຸ່ມເທດສະບານ ເມືອງງອຍ ຈົ່ງຊ່ວຍກັນແນະນໍາ ໃຫ້ລູກຫຼານຂອງພວກທ່ານຫ້າມຫາປາ ຫຼື ເອົາປາທີ່ຕາຍຢູ່ເຂດສາຍນໍ້າຮຸນ ມາບໍລິໂພກ ຢ່າງເດັດຂາດ.

Related Articles

Leave a Reply