ເຈົ້າໜ້າທີ່ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ ໄດ້ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ຍຶດໄດ້ຈາກການລັກລອບນຳເຂົ້າ ແລະ ຈຳໜ່າຍແບບຜິດກົດໝາຍ ເມື່ອມໍ່ໆມານີ້ ທີ່ກອງພັນໃຫຍ່ 497ລວມນ້ຳໜັກທັງໝົດປະມານ 576,6 ກິໂລກຣາມ ຄິດເປັນມູນຄ່າຫຼາຍກວ່າ 295 ລ້ານກີບ.
ທ່ານ ມະໂນສັກ ໄຊສິລິກຸນ ຮອງຫົວໜ້າຂະແໜງການຄ້າພາຍ ໃນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ການຄ້າ ພະ ແນກອຸດສາຫະກໍາ ແລະ ການ ຄ້າ ນວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ໄດ້ເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍນອກລະບົບທຸກຮູບແບບ ໃນໄລຍະບຸນປີໃໝ່ສາກົນ ປີໃໝ່ຊາວຈີນ ແລະ ຊາວຫວຽດນາມ ປີ 2025 ເຊີ່ງໄດ້ກວດກາບັນດາຮ້ານຄ້າ ແລະ ຕະຫຼາດ ໃນນະຄອນຫຼວງວຽງຈັນ ທັງໝົດ 24 ຕະຫຼາດ ແລະ 166 ຮ້ານ ຜ່ານການກວດກາໄດ້ພົບເຫັນການລັກລອບນຳເຂົ້າ ແລະ ຈຳໜ່າຍ ໝາກກະໂພກ ແລະ ບັ້ງ ໄຟດອກ ທີ່ເປັນສິນຄ້າເກືອດຫ້າມນໍາເຂົ້າ ແລະ ຈໍາໜ່າຍ, ສະນັ້ນ ເຈົ້າໜ້າທີ່ການຄ້າ ຈຶ່ງໄດ້ເຮັດບົດບັນທຶກກວດກາ ແລະ ຍຶດສິນຄ້າດັ່ງກ່າວ ມາເກັບຮັກສາໄວ້ເພື່ອລໍຖ້າທໍາລາຍຖີ້ມຕາມລະບຽບການ.
ແຫຼ່ງຂໍ້ມູນຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ