ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ, ບັນດານັກທຸລະກິດ ແລະ ບໍລິສັດພາຍໃນເມືອງວິລະບູລີ ແຂວງສະຫວັນນະເຂດໄດ້ອອກທຶນກໍ່ສ້າງອະນຸສາວະລີ ແລະ ສ້າງຕັ້ງຮູບຫຼໍ່ເຄິ່ງຄີງປະທານໄກສອນ ພົມວິຫານ ທີ່ເມືອງ ວິລະບູລີ ຊຶ່ງມີພິທີວາງສິລາລຶກເມື່ອບໍ່ດົນມານີ້ ທີ່ເດີ່ນຫ້ອງວ່າການເມືອງ ວິລະບູລີ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາ ຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ. ອະນຸສາວະລີດັ່ງກ່າວນີ້ຈະເປັນບ່ອນສຶກສາອົບຮົມການເມືອງແນວຄິດ, ປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່, ເປັນບ່ອນປະຕິຍານຕົນຮັບມະຫາຊົນກ້າວໜ້າເຂົ້າ ອົງການຈັດຕັ້ງມະຫາຊົນ ແລະ ຈັດພິທີທີ່ສໍາຄັນໃນວັນສໍາຄັນຕ່າງໆຂອງຊາດກໍ່ຄືຂອງເມືອງ.
ອະນຸສາວະລີດັ່ງກ່າວມີເນື້ອທີ່ທັງໝົດ 1.600 ຕາແມັດ, ໂຄງສ້າງຂອງໂຄງການແມ່ນຈະໄດ້ດໍາເນີນກໍ່ສ້າງຕາມແບບຜັງ, ເຕັກນິກ, ຂະໜາດ ແລະ ການຕົບແຕ່ງຖືກຕ້ອງຕາມການກໍານົດຂອງອະນຸສອນສະຖານສູນກາງກໍານົດອອກ ໃນທົ່ວປະເທດ, ເຊິ່ງປະກອບມີຮູບຫຼໍ່ເຄິ່ງຄີງ ສູງ 0,78 ແມັດ ຂອງປະທານໄກສອນພົມວິຫານ ປະກອບມີ ການຕົບແຕ່ງເດີ່ນສວນ, ມີລະບົບໄຟຟ້າ, ນໍ້າປະປາ, ມີຮົ້ວອ້ອມ ແລະ ອື່ນໆຢ່າງຄົບຊຸດ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 120.000 ໂດລາ ໂດຍໃຊ້ເວລາໃນການກໍ່ສ້າງ 3 ເດືອນ ຊຶ່ງຈະສໍາເລັດໃນເດືອນມິຖຸນາ 2021 ນີ້.
ຂ່າວ-ພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ