ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໄດ້ແຈ້ງໃຫ້ຮູ້ວ່າ: ປະຈຸບັນ ນີ້ເສັ້ນທາງຫຼວງແຫ່ງຊາດທີ່ຜ່ານ ແຂວງອັດຕະປື ແລະ ເສັ້ນທາງພາຍໃນ ແຂວງສາມາດສັນຈອນໄດ້ປົກກະຕິແລ້ວ ແຕ່ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ສະດວກ ເປັນບາງບ່ອນຍ້ອນມີຂຸມຫຼາຍ, ບາງບ່ອນ ຍັງມີຂີ້ຕົມ, ບາງບ່ອນດິນລົ່ມ ແລະ ສົ້ນຂົວ ບາງແຫ່ງຍັງມີດິນຍຸບ.
ທ່ານ ລັດຕະນະພອນ ເທີບສຸວັນ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອັດຕະປືໄດ້ລາຍງານສະພາບເສັ້ນທາງຄົມ ມະນາຄົມພາຍຫຼັງນ້ຳໄດ້ບົກແຫ້ງຕໍ່ທີມງານ ຂ່າວວຽງຈັນທາຍໃນບໍ່ດົນມານີ້ວ່າ: ເລີ່ມແຕ່ ວັນທີ 2-6/9/2019 ເສັ້ນທາງຫຼວງແຫ່ງ ຊາດຢູ່ ແຂວງອັດຕະປື ທີ່ເຊື່ອມຕໍ່ໃສ່ແຂວງ ເຊກອງ ແລະ ຈຳປາສັກ ລົດທຸກໆຊະນິດ ບໍ່ສາມາດໄປໄດ້ ຍ້ອນວ່ານ້ຳໄດ້ຖວ້ມຂຶ້ນສູງ. ເສັ້ນທາງຫຼວງແຫ່ງຊາດຜ່ານແຂວງອັດຕະປື ມີ 4 ເສັ້ນ ແລະ ເສັ້ນທາງພາຍໃນແຂວງ 20 ກວ່າເສັ້ນທີ່ໄດ້ ຮັບຜົນກະທົບຈາກນ້ຳຖ້ວມ ລວມມູນຄ່າ ເສຍຫາຍ 58 ຕື້ກວ່າກີບ. ເສັ້ນທາງທັງໝົດ ທີ່ຖືກເປ່ເພ ຈະໄດ້ເລີ່ມລົງ ມືຟື້ນພູໃຫ້ເຂົ້າສູ່ ສະພາບປົກກະຕິໃນລະດູ ແລ້ງທີ່ຈະມາຮອດນີ້.
ທ່ານ ລັດຕະນະພອນ ໄດ້ກ່າວຕື່ມວ່າ: ສະ ເພາະເງິນງົບປະມານຟື້ນຟູເສັ້ນທາງຫຼວງ ແຫ່ງຊາດຈະແມ່ນກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຮັບຜິດຊອບ, ຊຶ່ງມີມູນ ຄ່າເສຍຫາຍ 10 ຕື້ກວ່າກີບ. ສະເພາະເສັ້ນທາງພາຍໃນເທດ ສະບານ ແຂວງ ແລະ ທ້ອງຖິ່ນ, ຊຶ່ງມີມູນ ຄ່າເສຍ ຫາຍປະມານ 48 ຕື້ກີບ ຈະແມ່ນ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ເປັນຜູ້ຮັບ ຜິດຊອບ ໂດຍຂໍງົບປະມານທີ່ແບ່ງປັນຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ. ປະຈຸບັນນີ້ໄດ້ສະເໜີຜົນເສຍຫາຍ ແລະ ຂຶ້ນແຜນຂໍເງິນງົບປະມານໃຫ້ຂັ້ນເທິງແລ້ວ ແລະ ເຊື່ອໝັ້ນວ່າຮອດທ້າຍປີນີ້ການຟື້ນຟູ ບັນດາເສັ້ນທາງດັ່ງກ່າວຈະສຳເລັດໄປ ດ້ວຍດີ.
