ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນວ່າ, ສະພາບອາກາດນັບແຕ່ມື້ນີ້ ຮອດວັນທີ 17 ມັງກອນ 2021, ມວນອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວດ້ວຍກໍາລັງປານກາງ ສົມທົບກັບກະແສ ລົມ ຕາເວັນອອກສ່ຽງເໜືອຍັງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ.
ແຕ່ສະພາບອາກາດຍັງຈະໜາວເຢັນຫຼາຍຢູ່ພາກເໜືອ ເຂດພູສູງ, ພູດອຍ ແລະ ຮ່ອມພູ ໃນບັນດາແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ເຂດພາກເໜືອ.
ດັ່ງນັ້ນ ຈຶ່ງຂໍໃຫ້ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫຼາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ, ຂໍໃຫ້ນຸ່ງຫົ່ມ ເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.
ຂ່າວ: ວຽງຈັນທາຍ