Vientiane Times Lao
ອາຊຽນຕ້ອງເພີ່ມທະວີການຮ່ວມມືກັນ ຂຶ້ນສອງເທົ່າເພື່ອຕອບໂຕ້ພະຍາດໂຄວິດ-19

ອາຊຽນຕ້ອງເພີ່ມທະວີການຮ່ວມມືກັນ ຂຶ້ນສອງເທົ່າເພື່ອຕອບໂຕ້ພະຍາດໂຄວິດ-19

ການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດຕ່າງໆໃນໂລກ ຍັງບໍ່ມີໃຜສາມາດບອກໄດ້ວ່າຈະສີ້ນສຸດລົງໄດ້ງ່າຍ ສະນັ້ນ, ອາຊຽນຕ້ອງເພີ່ມຄວາມພະຍາຍາມຂອງຕົນຂຶ້ນເປັນສອງເທົ່າເພື່ອຕອບໂຕ້ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນນີ້ໂດຍຜ່ານການເຝົ້າລະວັງຢ່າງເຂັ້ມງວດ, ການກວດພົບເບື້ອງຕົ້ນ ແລະ ການສັກຢາປ້ອງກັນພະຍາດດັ່ງກ່າວແມ່ນປະເດັນທີ່ສຳຄັນທີ່ສຸດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວບາງຕອນທີ່ສໍາຄັນ ຢູ່ກອງປະຊຸມທາງໄກລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 26 ແລະ ກອງປະຊຸມປີ່ນອ້ອມ ໃນລະຫວ່າງວັນທີ 28-29 ກັນຍາ 2021 ທີ່ຜ່ານມາພາຍໃຕ້ຄໍາຂັວນລວມໃນການເປັນປະທານອາຊຽນຂອງ ປະເທດບຣູໄນ ດາລູສະລາມ ປີ 2021: ພວກເຮົາຫ່ວງໃຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນຮຸ່ງເຮືອງ (We Care, We Prepare, We Prosper).

 ທ່ານ ນາງ ສວນສະຫວັນ ໄດ້ແຈ້ງສະພາບການສັກວັກຊິນໃຫ້ປະຊາຊົນລາວວ່າ: ຮອດປະຈຸບັນນີ້, ສປປ ລາວໄດ້ຮັບວັກຊິນປ້ອງກັນໂຄວິດ-19 ໃຫ້ປະຊາຊົນແລ້ວຫຼາຍກວ່າ 4 ລ້ານໂດສ, ໃນນັ້ນປະຊາຊົນລາວຫຼາຍກວ່າ 2,8 ລ້ານຄົນທີ່ມີອາຍຸ ລະຫວ່າງ18 ຫາ 60 ປີໄດ້ສັກເຂັມທີ 1 ແລະ ປະຊາຊົນຫຼາຍກວ່າ 1,9 ລ້ານຄົນໄດ້ຮັບວັກຊີນເຂັມທີ 2 ຊຶ່ງລັດຖະບານ ແຫ່ງ ສປປ ລາວ ຍັງໄດ້ວາງເປົ້າໝາຍການສັກວັກຊິນກັນພະຍາດດັ່ງກ່າວພາຍໃນປີ 2021 ນີ້ ຈະໃຫ້ໄດ້ 50% ຂອງປະຊາກອນລາວທັງໝົດ. ກ່ຽວກັບການປ້ອງກັນພະຍາດດັ່ງກ່າວ, ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປລາວໃນເວລາທີ່ພົບພໍ້ຄວາມຫຍຸ້ງຍາກ ແລະ ພວມປະເຊີນຢູ່ໃນປະຈຸບັນ ພວກເຮົາຈະສືບຕໍ່ ຕໍ່ສູ້ກັບພະຍາດໂຄວິດ-19 ແລະ ຜ່ານຜ່າມັນໄປນໍາກັນ.

ຂໍ້ມູນ: ກະຊວງ ຖວທ

Related Articles

Leave a Reply