ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ (ASEAN Seminar on Upholding Multilateralism) ແບບທາງໄກ ໃນວັນທີ 13 ກໍລະກົດ 2021 ຜ່ານມານີ້ ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ, ໂດຍມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ຄື: ເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຊົງຄຸນວຸດທິ ແລະ ຜູ້ຊ່ຽວຊານ, ຂະແໜງການກ່ຽວຂ້ອງຂອງອາຊຽນ, ອົງກອນຂອງລັດຖະບານອາຊຽນ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ.
ກອງປະຊຸມສຳມະນາຄັ້ງນີ້ ແມ່ນເປັນກິດຈະກຳພາຍໃຕ້ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ຊຶ່ງຈະໄດ້ຖືກຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ໃນເດືອນ ຕຸລາ 2021 ແລະ ເປັນໜຶ່ງໃນບັນດາບູລິມະສິດການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021. ໃນນັ້ນ, ກອງປະຊຸມສຳມະນາ ໄດ້ຮັບຟັງການແລກປ່ຽນຄຳຄິດເຫັນໃນຫຼາຍຫົວຂໍ້ສຳຄັນ ທີ່ກ່ຽວພັນກັບການສົ່ງເສີມການຮ່ວມມືຫຼາຍຝ່າຍ ໃນທ່າມກາງການປ່ຽນແປງທາງດ້ານພູມສາດການເມືອງ; ການເສີມສ້າງຄວາມເຂັ້ມແຂງດ້ານລະບົບການຄ້າຫຼາຍຝ່າຍ ແລະ ບົດບາດຂອງສົນທິສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP); ການພັດທະນາລະບົບໄຊເບີ ບົນພື້ນຖານລະບຽບຫຼັກການ; ການຮ່ວມມືຫຼາຍຝ່າຍ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການຫຼຸດຜ່ອນຄວາມສ່ຽງທາງໄພພິບັດ ແລະ ການປົກປັກຮັກສາສິ່ງແວດລ້ອມ; ແລະ ການຮ່ວມມືຫຼາຍຝ່າຍ ເພື່ອການຟື້ນຟູຈາກໂຄວິດ-19 ແລະ ການກຽມຄວາມພ້ອມສໍາລັບພາວະສຸກເສີນທາງດ້ານສາທາລະນະສຸກໃນອະນາຄົດ.
ສໍາລັບ ສປປ ລາວ ໄດ້ປະກອບຄຳເຫັນໃນຫົວຂໍ້ການພັດທະນາລະບົບໄຊເບີ ບົນພື້ນຖານລະບຽບຫຼັກການ, ໂດຍໄດ້ເນັ້ນຢຳ້ເຖິງຄວາມສຳຄັນໃນການພັດທະນາລະບຽບຫຼັກການ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ປອດໄພທາງດ້ານໄຊເບີ, ຊຶ່ງເປັນປັດໃຈສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໃນຍຸກອຸດສາຫະກຳ 4.0. ພ້ອມນີ້, ກໍໄດ້ຊຸກຍູ້ໃຫ້ມີການສົ່ງເສີມຄວາມໄວ້ ເນື້ອເຊື່ອໃຈ ແລະ ການສ້າງຂີດຄວາມສາມາດທາງດ້ານໄຊເບີ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ເພື່ອຮັດແຄບຄວາມແຕກໂຕນທາງດ້ານໄອຊີທີ ໃນພາກພື້ນອາຊຽນ.
ຂໍ້ມູນຂ່າວ: ກະຊວງການຕ່າງປະເທດ