Vientiane Times Lao
ອາ​ຣາ​ບີ ຊາ​ອຸ​ດິດ​ ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດການ​ເຕະ​ບານໂລກ​ປີ 2034, 6 ປະ​ເທດ ​ຮ່ວມ​ກັນ​ຈັດການ​ເຕະ​ບານໂລກ​ປີ 2030​

ອາ​ຣາ​ບີ ຊາ​ອຸ​ດິດ​ ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດການ​ເຕະ​ບານໂລກ​ປີ 2034, 6 ປະ​ເທດ ​ຮ່ວມ​ກັນ​ຈັດການ​ເຕະ​ບານໂລກ​ປີ 2030​

ວັນ​ທີ 11 ທັນ​ວານີ້, ກອງ​ປະ​ຊຸ​ມ​ຜູ້​ແທນ​ພິ​ເສດ​ສະ​ຫະ​ພັນ​ບານ​ເຕະ​ສາ​ກົນ ຫຼື FIFA ຢືນ​ຢັນວ່າ: 6 ປະ​ເທດ​ຄື: ແອດ​ສະ​ປາຍ, ​ປອກ​ຕຸຍ​ການ, ມາ​ຣົກ, ອາກ​ຊັງ​ຕີນ, ອູ​ລູ​ໄກວ ແລະ ບາ​ລາ​ໄກວ ຈະ​ພ້ອມ​ກັນ​ຈັດການ​ເຕະ​ບານ​ໂລກ​ປີ 2030, ແອດ​ສະ​ປາຍ, ​ປອກ​ຕຸຍ​ການ ແລະ ມາຣົກ​ ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດການ​ເຕະ​ບານໂລກ​ປີ 2030 ຢ່າງ​ເປັນ​ທາງ​ການ, ໃນ​ນັ້ນ ອາກ​ຊັງ​ຕີນ, ອູ​ລູ​ໄກວ ແລະ ບາ​ລາ​ໄກວ ​ຈະ​ຈັດ​ການ​ແຂ່ງ​ຂັນ 3 ຮອບ​ທຳ​ອິດ.

ນ​ອກນີ້, ອາ​​ຣາ​ບີ ຊາ​ອູ​ດິດ ​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ການ​ເຕະ​ບານ​ໂລກ​ປີ 2034 ເຊິ່ງ​ເປັນ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ປະ​ເທດ​ທີ 2 ທີ່​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງ​ຂັນດັ່ງ​ກ່າວຖັດ​ຈາກ​ກາ​ຕາ. ອາ​​ຣາ​ບີ ຊາ​ອູ​ດິດ ​ຍັງ​ແມ່ນ​ປະ​ເທດ​​ພຽງ​ໜຶ່ງ​ດຽວ ທີ່ຮ້ອງ​ຂໍ​ຈັດການ​ເຕະ​ບານໂລກ 2034.

ຂ່າວ: CRI

Related Articles

Leave a Reply