Vientiane Times Lao
ອາສາສະໝັກຊາວໜຸ່ມກາແດງ ສ. ເກົາຫຼີ ຊ່ວຍປັບປຸງໂຮງຮຽນ 2 ແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ 

ອາສາສະໝັກຊາວໜຸ່ມກາແດງ ສ. ເກົາຫຼີ ຊ່ວຍປັບປຸງໂຮງຮຽນ 2 ແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ 

ອາສາສະໝັກຊາວໜຸ່ມກາແດງ ສ. ເກົາຫຼີ ລົງເຄື່ອນໄຫວຊ່ວຍເຫຼືອປັບປຸງໂຮງຮຽນປະຖົມ 2 ແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ ເພື່ອສ້າງສະພາບແວດລ້ອມການຮຽນ-ການສອນໃຫ້ດີຂຶ້ນ ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງຊາດ.

ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 26–31 ມັງກອນ 2025 ທີ່ຜ່ານມາໂດຍແມ່ນຄະນະອາສາສະໝັກຊາວໜຸ່ມກາແດງ ຈາກສອງແຂວງ ຄື: ກວາງຈູ ແລະ ຈອງນຳ (Gwangju-Jeonnam) ປະເທດ ສ. ເກົາຫຼີ ໄດ້ລົງຈັດກິດຈະກຳຢູ່ທີ່ ໂຮງຮຽນປະຖົມຜາຕັ້ງ ແລະ ໂຮງຮຽນປະຖົມນ້ຳພາວ. 

ໃນໂອກາດນີ້, ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

​​ຄະນະອາສາສະໝັກຊາວໜຸ່ມກາແດງ ຈາກ ສ. ເກົາຫຼີ ໄດ້ສຳເລັດກຂອງໂຄງການແມ່ນເພື່ອຍົກລະດັບພື້ນຖານໂຄງລ່າງຂອງໂຮງຮຽນໃຫ້ມີຄວາມປອດໄພ ແລະ ສະດວກສະບາຍກວ່າເກົ່າ. ກິດຈະກຳປະກອບມີ: ການປ່ຽນຫຼັງຄາໃໝ່, ປັບປຸງເພດານ ແລະ ທາສີອາຄານຮຽນຄືນໃໝ່.

ນອກຈາກນີ້ຍັງຊ່ວຍເຫຼືອແຈກຢາຍອຸປະກອນການຮຽນ-ການສອນໃຫ້ແກ່ນ້ອງນັກຮຽນ; ການສາທິດວິທີການປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ນັກຮຽນ ແລະ ຄູ-ອາຈານ.

​ນອກຈາກວຽກງານເຕັກນິກແລ້ວ, ທັງສອງຝ່າຍຍັງໄດ້ຮ່ວມກັນສະແດງສິລະປະວັດທະນະທຳ ເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ພາຍຫຼັງສຳເລັດກິດຈະກຳ, ໄດ້ມີການຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີລາວ ເພື່ອສະແດງເຖິງຄວາມຮັກແພງ ແລະ ຄວາມສາມັກຄີອັນດີງາມ.

​ຕາງໜ້າຄະນະອາສາສະໝັກຈາກ ສ. ເກົາຫຼີ ໄດ້ກ່າວສະແດງຄວາມປະທັບໃຈວ່າ: “ກິດຈະກຳໃນຄັ້ງນີ້ເຮັດໃຫ້ພວກເຮົາໄດ້ຮຽນຮູ້ ແລະ ເຂົ້າໃຈຫຼາຍສິ່ງຫຼາຍຢ່າງ, ບໍ່ວ່າຈະເປັນຮີດຄອງປະເພນີ, ວັດທະນະທຳ ແລະ ອາຫານການກິນ. ສິ່ງທີ່ສຳຄັນທີ່ສຸດແມ່ນພວກເຮົາໄດ້ສຳຜັດເຖິງຄວາມມີນ້ຳໃຈ ແລະ ຄວາມອົບອຸ່ນຈາກທຸກຄົນ.”

​ໂຄງການຊ່ວຍເຫຼືອໃນຄັ້ງນີ້ ມີມູນຄ່າທັງໝົດ 14,038 ໂດລາສະຫະລັດ, ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນການຮ່ວມມື ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ກາແດງ ສ. ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂຽນໂດຍ: ລຳພອນ

ພາບ: ອົງການກາແດງແຫ່ງຊາດລາວ

Related Articles

Leave a Reply