ອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID) ແລະ ໂຄງການ U.S. President’s Malaria Initiative (PMI) ໄດ້ຊ່ວຍເຫຼືອເງິນຈໍານວນ 700.000 ໂດລາ ໃຫ້ແກ່ ອົງການສາກົນບໍລິການປະຊາຊົນ (PSI Lao) ເພື່ອສະໜັບສະໜູນ ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ (CMPE) ເພື່ອນຳໃຊ້ເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍາຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃຕ້ໂຄງການ Impact malaria ໃນ ສປປລາວ ແຕ່ປີ 2021 ຫາ ປີ 2023.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນເມື່ຶອບໍ່ດົນມານີ້ ທີ່ກະຊວງສາທາລະນະສຸກ ລະຫວ່າງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ວຽງສະໄໝ ວົງຄໍາຊາວ ຜູ້ອໍານວຍການອົງການສາກົນບໍລິການປະຊາຊົນ, ໂດຍມີທ່ານ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Michael Ronning ຕາງຫນ້າໂຄງການ PMI ແລະ ອົງການພັດທະນາ ສາກົນ ສະຫະລັດອາເມຣິກາ ປະຈໍາລາວ ເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບ ເປົ້າໝາຍຂອງໂຄງການ Impact malaria ນີ້ ແມ່ນເນັ້ນໃສ່ການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຝົ້າລະວັງພະຍາດໄຂ້ມາລາເຣຍທີ່ຢູ່ໃນສະຖານທີ່ໃຫ້ບໍລິການສາທາລະນະສຸກ ແລະ ພະນັກງານໃຫ້ບໍລິການດ້ານສາທາລະນະສຸກທຸກຂັ້ນ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການໄຂ້ມາລາເຣຍແຫ່ງຊາດ, ໂດຍມອບໃຫ້ອົງການ PSI Lao ເປັນຂົວຕໍ່ດ້ານວິຊາການ ປະສານຮ່ວມມື ກັບສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ເພື່ອຝຶກອົບຮົມ, ປະເມີນຍຸດທະສາດການກໍາຈັດໄຂ້ມາລາເຣຍ, ດໍາເນີນການວິເຄາະທາງດ້ານຂໍ້ມູນ, ດໍາເນີນການລົງສືບສວນ-ສອບສວນກໍລະນີ ແລະ ນໍາໃຊ້ຂໍ້ມູນໃນການຕັດສິນໃຈເພື່ອເສີມຂະຫຍາຍວິທີການກໍາຈັດພະຍາດໄຂ້ມາລາເຣຍໃຫ້ມີປະສິດທິຜົນໃນຕໍ່ຫນ້າໃນການຕໍ່ສູ້ກັບພະຍາດທີ່ມີຍຸງເປັນພະຫະນະນໍາເຊື້ອ.
ຂ່້ມູນ: ຂ່າວເສດຖະກິດ-ການຄ້າ