ອີງຕາມຂໍ້ມູນປະຈຳປີ 2024 ຂອງອຸດສາຫະກຳຜະລິດເຮືອຈີນ ສະແດງໃຫ້ເຫັນວ່າ: ຕົວຊີ້ວັດສຳຄັນ 3 ຢ່າງດ້ານອຸດສາຫະກຳຜະລິດເຮືອຂອງຈີນ ໄດ້ເປັນອັນດັບ 1 ຂອງໂລກ ມາເປັນເວລາ 15 ປີລຽນຕິດ. ປີ 2024, ປະລິມານການຜະລິດຂອງອຸດສາຫະກຳຜະລິດເຮືອຂອງຈີນ ໄດ້ສຳເລັດ 55,7%, ໝາຍຄວາມວ່າ ໃນກຳປັ່ນທີ່ມອບໃຫ້ແກ່ລູກຄ້າທົ່ວໂລກ ໃນປີ 2024 ນັ້ນ ມີຫຼາຍກວ່າເຄິ່ງໜຶ່ງ ແມ່ນຜະລິດໂດຍປະເທດຈີນ; ຈີນ ໄດ້ຮັບໃບສັ່ງຜະລິດເຮືອທີ່ກວມເອົາ 63,1%ຂອງຕະຫຼາດທົ່ວໂລກ; ໃບສັ່ງຜະລິດເຮືອທີ່ຈີນຮັບໃໝ່ກໍມີຈຳນວນຫຼາຍສົມຄວນ, ປີ 2024 ຈີນ ໄດ້ຮັບໃບສັ່ງຜະລິດເຮືອໃໝ່ ກວມ 74,1% ຂອງຕະຫຼາດທົ່ວໂລກ, ເຊິ່ງໝາຍຄວາມວ່າ ໃນຕໍ່ໜ້ານີ້ ໃນຈຳນວນເຮືອທີ່ຜະລິດໃໝ່ນັ້ນ ມີຫຼາຍກວ່າ 70% ແມ່ນຜະລິດໂດຍປະເທດຈີນ.
ຂ່າວ: CMG FM93