ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍສິນຄ້ານອກລະບົບ, ສິນຄ້າຕ້ອງຫ້າມ ແລະ ສິນຄ້າໝົດອາຍຸເຊື່ອມຄຸນນະພາບ ເມື່ອບໍ່ດົນມານີ້ທີ່ປ່າຂີ້ເຫຍື້ອເກົ່າຂອງເມືອງຮຸນ.
ທ່ານ ຄຳຝັ້ນ ເພັດດາວຮຸ່ງ ຮອງຫົວໜ້າຫ້ອງການອຸດສາຫະ ກຳ ແລະ ການຄ້າເມືອງຮຸນ ລາຍງານໃຫ້ຮູ້ວ່າ: ເຈົ້າໜ້າທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລົງກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບໃນລະຫວ່າງເດືອນພະຈິກ 2023 ຫາ ເດືອນມີນາ 2024, ເຈົ້າໜ້າທີ່ກວດກາການສິນຄ້າ ໄດ້ພ້ອມ ກັນລົງກວດກາ ຢູ່ບັນດາຫ້າງຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ແລະ ຮ້ານຈຳໜ່າຍສິນຄ້າຕົວແທນຂອງບໍລິສັດ ພາຍໃນເມືອງຮຸນ ຊຶ່ງໄດ້ກວດພົບເຫັນສິນຄ້າໝົດອາຍຸ, ສິນຄ້າຕ້ອງຫ້າມ ແລະ ສິນຄ້ານອກລະບົບ ທັງໝົດ 11 ຮ້ານ, ຈໍານວນ 52 ລາຍການ. ໃນນີ້, ເຄື່ອງທີ່ຍຶດມາໄດ້ ມີປະເພດເຄື່ອງດື່ມ ເປັນນ້ຳອັດລົມ, ນົມ, ກາເຟ, ໂອວັນຕິນ, ເຂົ້າໜົມ ແລະ ອື່ນໆD
ຂ່າວ-ພາບ: ອຳຄາ ສຸລິນທອງ