Vientiane Times Lao
ອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໃຫ້ແມ່ຄ້າຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ

ອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໃຫ້ແມ່ຄ້າຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ

ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກໃຫ້ຫົວໜ່ວຍທຸລະກິດ, ຊາວຄ້າຂາຍ ແລະ ຮ້ານຄ້າຕ່າງໆພາຍໃນແຂວງຈໍາປາສັກໃຫ້ຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ.

ທ່ານ ທອງສຸກ ກອງແກ້ວ ຫົວໜ້າຂະແໜງການຄ້າພາຍໃນໄດ້ກ່າວວ່າ:  ການໃຫ້ຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ ນີ້ ແມ່ນປະຕິບັດຕາມແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເລກທີ 292/ພອຄ.ຈສ, ລົງວັນທີ 4 ມີນາ 2025 ກ່ຽວກັບຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ ໂດຍສະເພາະແມ່ນສິນຄ້າ ຢູ່ໃນບັນຊີຄວບຄຸມຂອງແຂວງ ເຊັ່ນ: ເຂົ້າສານ, ຊີ້ນ, ປາ, ໝາກໄມ້ ແລະ ອື່ນໆ, ສ່ວນສິນຄ້າປະເພດທົ່ວໄປ ກໍໃຫ້ຂາຍໃນລາຄາທີ່ສົມເຫດສົມຜົນ, ບໍ່ເອົາປຽບຜູ້ບໍລິໂພກ.

ກໍລະນີເຈົ້າໜ້າທີ່ກວດກາການຄ້າ ຫາກພົບເຫັນບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍ ແລະ ຮ້ານຄ້າຕ່າງໆ ບໍ່ຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ຫຼື ບໍ່ຕິດເປັນເງິນກີບ ຜູ້ລະເມີດແມ່ນຈະຖືກ ປັບໃໝ ຕາມຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0019/ອດ, ລົງວັນທີ 6 ມັງກອນ 2025 ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ມາດຕາ 20 ມາດຕະການປັບໃໝ ແລະ ມາດຕະການໂທດເພີ່ມ, ບໍ່ຕິດປ້າຍລາຄາສິນຄ້າ ມີໂທດປັບໃໝແຕ່ 5 ແສນກີບ – 1 ລ້ານກີບ/ຕໍ່ຄັ້ງ/ຕໍ່ລາຍການ.

ທີ່ມາ: ໜັງສືພິມຈຳປາໃໝ່

Related Articles

Leave a Reply