Vientiane Times Lao
ອຸດົມໄຊ ທຳລາຍສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ

ອຸດົມໄຊ ທຳລາຍສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ

ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ທຳລາຍສິນຄ້າທີ່ລອກຮຽນແບບ-ປອມແປງ ແລະ ລະເມີດເຄື່ອງໝາຍການຄ້າ ໃນວັນທີ 1 ສິງຫາ 2024 ຜ່ານມານີ້ ທີ່ເດີ່ນກິລາແຂວງອຸດົມໄຊ.

ສິນຄ້າທີ່ລອກຮຽນແບບ-ປອມແປງ ແລະ ລະເມີດເຄື່ອງໝາຍການຄ້າ ທີ່ເຈົ້າໜ້າທີ່ ນໍາມາທຳລາຍນັ້ນ ມີລົດຈັກຍີ່ຫໍ້ Loncin ທີ່ນໍາໃຊ້ສິ່ງຫຸ້ມຫໍ່ ແລະ ຊິ້ນສ່ວນລະເມີດເຄື່ອງໝາຍການຄ້າຂອງຍີ່ຫໍ້ ຮອນດ້າ Wave100s, Wave i, zoomer-x, MSX ໂດຍໃສ່ຊື່ອື່ນທີ່ບໍ່ກົງກັບສະບັບຕົ້ນຈຳນວນ 662 ຄັນ ແລະ ສະຕິກເກີ Wave 100s ຈຳນວນໜຶ່ງ ລວມມູນຄ່າທັງໝົດ 1,4 ຕື້ກວ່າກີບ.

ທີ່ມາ: ເສດຖະກິດ-ການຄ້າ

Related Articles

Leave a Reply