Visit BigblueAgency
ອຸໂມງທາງດ່ວນວຽງຈັນ-ວັງວຽງ ມືດ ຫຼື ບໍ່ມີໄຟສະຫວ່າງຍ້ອນມີການລັກສາຍໄຟ

ອຸໂມງທາງດ່ວນວຽງຈັນ-ວັງວຽງ ມືດ ຫຼື ບໍ່ມີໄຟສະຫວ່າງຍ້ອນມີການລັກສາຍໄຟ

ທ່ານມາ​ຫົງ​ຫວາງ ຮອງ​ປະ​ທານ ບໍ​ລິ​ສັດ ​ຮ່ວມ​ທຶນ ພັດ​ທະ​ນາ ທາງ​ດ່ວນ ລາວ​-ຈີນຈໍາກັດໃຫ້ຮູ້ວ່າ: ສາເຫດທີ່ອຸໂມງທາງດ່ວນວຽງຈັນ-ວັງວຽງ ມືດ ຫຼື ບໍ່ມີໄຟສະຫວ່າງ ຊ່ວງໄລຍະກິໂລແມັດ K63+380 ນັ້ນສາເຫດຍ້ອນມີການລັກສາຍໄຟ ເຖິງແມ່ນວ່າພາຍຫຼັງທີ່ຖືກລັກບໍລິສັດໄດ້ມີການແປງຄືນຫຼາຍ​ຄັ້ງ ແຕ່​ກໍ່​​ຍັງມີ​ຄົນ​ມາ​ລັກ​ອີກ.

ທ່ານມາ​ຫົງ​ຫວາງໄດ້ກ່າວຕື່ມວ່າ: ສະເພາະການ​ຄຸ້ມ​ຄອງ ແລະ ບໍ​ລິ​ການທາງ​ ດ່ວນ ລວມ​ໄປ​ເຖິງ​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆນັ້ນ ເຊັ່ນ: ການທຳ​ລາຍຮົ້ວຕາມ​ເສັ້ນ​ທາງ​ດ່ວນ, ສັດ​​ລ້ຽງ​ຂອງ​ປະ​ຊາ​ຊົນ ຂື້ນ​ມາ​ທາງ​ດ່ວນ, ​ອຸປະ​ຕິ​ເຫດ ແລະ ການ​ລາຍ​ງານ​ຂ່າວ​​ສື່ອ​ອນ​ລາຍ ບໍ່​ຖືກ​ຕ້ອງ​ຕາມ​ຄວາມ​ຈິງ ແລະ ອອກ​ຂ່າວ​ໃນ​ຮູບ​ແບບໃສ່​ຮ້າຍ​ປ້າຍ​ສີ​ທາງ​ດ່ວນ ເພາະບໍ​ລິ​ສັດ​ໄດ້​ປະ​ສານ​ງານ​ກັບ​ຕຳຫຼວດ​ຈະລາຈອນທີ່​ຖືກ​ແຕ່ງ​ຕັ້ງ​ມາ​ປະ​ຈຳ​ຢູ່​ທາງ​ດ່ວນ ແລະ ນາຍບ້ານ ໂດຍ​ສະ​ເພາະ​ແມ່ນບ້ານທີ່​ຢູ່​ລຽບ​ຕາມ​ເສັ້ນທາງ​ດ່ວນ ເພື່ອ​ໂຄ​ສະ​ນາ ໃຫ້​ປະ​ຊາ​ຊົນ​ ເຂົ້າ​ໃຈ​ກ່ຽວ​ກັບ​ສາ​ເຫດ​ ຂອງ​ອຸ​​ປະຕິ​ເຫດ.

Related Articles

Leave a Reply