ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໄດ້ມອບອຸປະກອນ ໄອຊີທີ (ICT) ມູນຄ່າທັງໝົດ 670.000 ໂດລາສະຫະລັດ ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອເປັນການສະໜັບສະໜູນຍຸດທະສາດ ດີຈິຕອນ ສຳລັບການສຶກສາ ຂອງກະຊວງ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມການຫັນປ່ຽນທາງ ດ້ານດີຈິຕອນ ໃນລະບົບການສຶກສາ ແລະ ການຮຽນການສອນ ໃນປະເທດ, ເມື່ອບໍ່ດົນມານີ້.
ອຸປະກອນທີ່ນຳມາມອບໃນຄັ້ງນີ້: ມີຄອມພິວເຕີຕັ້ງໂຕະ, ແລັບທັອບ, ເຄື່ອງສະແກນ, ອຸປະກອນສຳລັບການຈັດປະຊຸມທາງໄກ ແລະ ແທັບເລັດ ເຊິ່ງທັງໝົດນັ້ນ ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ສະຫະພາບເອີ ຣົບ ແລະ ອົງການອຸຍນີເຊັບ ຕໍ່ການປັບປຸງການສຶກສາ ພາຍໃຕ້ແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ ລະບົບການສຶກສາ ໃນ ສປປ ລາວ (PSES).
ໂອກາດນີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫຼືອ ດັ່ງກ່າວ ເຊິ່ງມີຄວາມສຳຄັນຫຼາຍຕໍ່ການປັບປຸງ ລະບົບການສຶກສາຂອງປະເທດພວກເຮົາ ໂດຍນຳໃຊ້ນະວັດຕະກໍາ ດ້ານເຕັກໂນໂລຊີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຍຸດທະສາດ ດີຈິຕອນ ສຳລັບການສຶກສາ. ຍຸດທະສາດດັ່ງກ່າວ ຢູ່ໃນຂັ້ນຕອນສຸດທ້າຍຂອງການພັດທະນາ, ໄດ້ຖືກສ້າງຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານການ ຮ່ວມມື PSES ເຊິ່ງໄດ້ສະໜອງວິໄສທັດໃນການເສີມສ້າງຄວາມເຂັ້ມແຂງ ທາງດ້ານການສຶກສາ, ທັກສະດ້ານ ດີຈິຕອນ ແລະ ລະບົບຂໍ້ມູນຂ່າວສານ ແລະ ການຮຽນຮູ້ ໃນທົ່ວ ສປປ ລາວ.
ສະຫະພາບເອີຣົບ ເຫັນເຖິງຄວາມສຳຄັນ ໃນການເສີມສ້າງຄວາມເຂັ້ມແຂງ ຂອງຂະແໜງການສຶກສາ ໃນ ສປປ ລາວ ເປັນບູລິມະສິດ ແລະ ພວກເຮົາຍິນດີ ທີ່ຈະລົງທຶນໃນວຽກງານນີ້ ແລະ ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ຕໍ່ກັບຄວາມພະຍາຍາມ ໃນການປັບປຸງການສຶກສາ ໃນ ສປປ ລາວ. ອຸປະກອນ ICT ທີ່ໄດ້ມອບນັ້ນ ຈະຊຸກຍູ້ຄວາມສາມາດໃນການຈັດຕັ້ງປະຕິບັດຍຸດທະສາດ ດີຈິຕອນ ສຳລັບການສຶກສາ ຂອງກະຊວງ ເພື່ອຮັບປະກັນ ການສະໜອງສຶກສາທີ່ດີ ໃຫ້ແກ່ເດັກນ້ອຍລາວທຸກຄົນ.
ພ້ອມນັ້ນ ອົງການອຸຍນີເຊັບ ກໍມີຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງ ຂອງການຫັນປ່ຽນດ້ານການສຶກສາ ໃນ ສປປ ລາວ ເຊິ່ງມີທ່າແຮງເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນຈະສາມາດຮຽນຮູ້ ແລະ ຈະເລີນເຕີບໂຕໄດ້ຢ່າງເຕັມທີ່.