ອົງການຢູນີເຊັບ ຮ່ວມກັບ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ເປີດໂຄງການຮ່ວມມືດ້ານວິຊາການ ກ່ຽວກັບ ການປະເມີນ ແລະ ການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ມີນາ 2021 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍເຂົ້າຮ່ວມເປີດໂຄງການຂອງທ່ານ Dr. Pia Britto Rebello, ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ໄລຍະເວລາການຮ່ວມມືຂອງໂຄງການແມ່ນ 1 ປີ ຊຶ່ງໄດ້ເລີ່ມມາແຕ່ເດືອນທັນວາ ປິ2020 ຫາເດືອນທັນວາ ປິ 2021, ໂດຍຈຸດປະສົງຂອງໂຄງການຮ່ວມມືແມ່ນເພື່ອປະເມີນ ແລະ ປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະຂອງຄະນະວິທະຍາສາດສັງຄົມ ໂດຍພິຈະລະນາມາດຖານສັງຄົມສົງເຄາະອາຊຽນແລະ ສາກົນ, ເພີ່ອສຶກສາຄວາມເພິ່ງພໍໃຈຂອງນັກສຶກສາສາຂາສັງຄົມສົງເຄາະ (ທີ່ກໍາລັງສຶກສາຢູ່ ແລະ ຈົບໄປແລ້ວ) ໃນດ້ານຄວາມຮູ້ ແລະ ທັກສະຕ່າງໆທີ່ໄດ້ນໍາໃຊ້ເຂົ້າໃນວຽກງານຕົວຈິງ ແລະ ເພີ່ອສຶກສາຄວາມຄິດເຫັນຂອງພາກສ່ວນຄູ່ຮ່ວມງານ ແລະ ພິຈະລະນາຂໍ້ສະເໜີແນະທີ່ສາມາດປະຕິບັດໄດ້ໃນການພັດທະນາຫຼັກສູດສັງຄົມສົງເຄາະ.
ຫຼັກສູດສັງຄົມສົງເຄາະແມ່ນຂື້ນກັບພາກວິຊາສັງຄົມສົງເຄາະ ແລະ ພັດທະນາ ເປັນຫຼັກສູດທີ່ໄດ້ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຈິດອາສາຊ່ວຍເຫຼືອສັງຄົມ, ໂດຍຄະນະວິທະຍາສາດສັງຄົມມະຫາວິທະຍາໄລແຫ່ງຊາດ ໄດ້ເລີ່ມສິດສອນມາຕັ້ງແຕ່ປີ 2010.
ຂ່າວ: ວຽງຈັນທາຍ
ຮູບ: ສັງຄົມໄຊ