Vientiane Times Lao
ອົງການອາຫານໂລກສືບຕໍ່ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານແກ່ລາວ

ອົງການອາຫານໂລກສືບຕໍ່ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານແກ່ລາວ

ອົງການອາຫານໂລກໄດ້ສືບຕໍ່ໃຫ້ຄໍາໝັ້ນສັນຍາໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນການປັບປຸງ ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຫຼຸດຜ່ອນການຂາດສານອາຫານ ແລະ ຮັບປະກັນຄວາມຍືນຍົງທາງດ້ານ ການຜະລິດອາຫານໃຫ້ແກ່ໝົດທຸກຄົນ, ເພື່ອໃຫ້ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາເທື່ອລະກ້າວ.

ໃນຕອນເຊົ້າມື້ນີ້, ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມມືກັນກັບ ອົງການອາຫານໂລກ ແຫ່ງສະຫະປະຊາຊາດ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນ ງານໃນໄລຍະຜ່ານມາ ສົກປີ 2017 – 2021 ແລະ ໄດ້ຈັດພິທີເປີດ ແຜນຍຸດທະສາດການຮ່ວມມືໄລຍະໃໝ່ສໍາລັບສົກປີ 2022 – 2026 

ເຊິ່ງພິທີດັ່ງກ່າວ ໃຫ້ກຽດເປັນປະທານໂດຍ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຢານ ເດລບາເຣີ, ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ.
ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: “ໃນມື້ນີ້, ເປັນພິທີທີ່ພິເສດແລະສໍາຄັນຢ່າງຍິ່ງ ເຊິ່ງລັດຖະບານລາວ ໂດຍປະກອບມີຄະນະນໍາຂັ້ນສູງຂອງແຕ່ລະກະຊວງ ແລະ ຄະນະອໍານວຍການອົງການ ອາຫານໂລກ ໄດ້ມີການຮ່ວມມືສ້າງແຜນແລະຈັດພິທີເປີດແຜນງານຍຸດທະສາດໄລຍະໃໝ່ສົກປີ (2022-2026), ແຜນຍຸດທະສາດການຮ່ວມມືໄລຍະໃໝ່ ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ອາຫານໂລກ ປະຈຳປີ 2022-2026 ນີ້ ແມ່ນມີຄວາມສອດຄ່ອງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນບູລິມະສິດ ຂອງຂະແໜງການ ແລະ ທ້ອງຖີ່ນ ກໍ່ຄືການສະໜັບສະໜູນການຈັດຕັ້ງ ແຜນບູລິມະສິດ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ”.

Related Articles

Leave a Reply