Vientiane Times Lao
ຮັບ​ຮູ້​ນະ​ໂຍບ​າຍ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່

ຮັບ​ຮູ້​ນະ​ໂຍບ​າຍ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່

ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​. ນະ​ໂຍ​ບາຍ​ນີ້​ແມ່ນ​ເລີ່ມ​ສະ​ເໜີ​ອອກ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ3ຂອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ11ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເຕີ້ງ​ສ້ຽວ​ຜິງ​ເມື່ອ​ປີ1978, ແລະ​ໄດ້​ຮັບ​ການ​ລົງ​ເລິກ​ຢ່າງ​ຮອບ​ດ້ານ​ຈາກ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ3ຂອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ18ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານສີ​ຈິ້ນ​ຜິງ​ເມື່ອ​ປີ2013. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ 20 ຈະຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024ຢູ່ນະຄອນຫຼວງ ປັກກິ່ງ ປະເທດຈີນ, ພວກເຮົາຈະລົງບົດຄວາມຕ່າງໆ, ເພື່ອບັນລະຍາຍນະໂຍບາຍການປະຕິຮູບ ຂອງຈີນ ໃນຍຸກໃໝ່, ແລະຖອດຖອນບົດຮຽນການພັດທະນາປະເທດຊາດ.

ຕອນທີ 1: ຜ່ານຜ່າຂອດຫຍຸ້ງຍາກທີ່ສຸດ ສະແຫວງຫາເປົ້າໝາຍທີ່ຍິ່ງໃຫຍ່ແລະສູງສົ່ງທີ່ສຸດ

ຕົ້ນໄຮພູເຂົາ ເປັນຕົ້ນໄມ້ຊະນິດໜຶ່ງທີ່ມັກເຫັນຢູ່ເລື້ອຍໆຢູ່ພາກໃຕ້ຈີນ. ຕົ້ນໄມ້ຊະນິດນີ້ ມີຄວາມເຂັ້ມແຂງ, ສາມາດຕ້ານທານຕໍ່ຄວາມແຫ້ງແລ້ງໄດ້, ປູກງ່າຍແລະລອດເຫຼືອງ່າຍ ມີຄວາມໝາຍເຖິງຄວາມຈະເລີນຮຸ່ງເຮືອງແລະສ້າງ ຄວາມສຸກໃຫ້ແກ່ທ້ອງຖິ່ນ.

ນະຄອນເຊີ່ນເຈີ້ນແຂວງກວາງຕຸ່ງ ເປັນເຂດເສດຖະກິດພິເສດແຫ່ງທຳອິດ ຂອງຈີນ ທີ່ທ່ານເຕີ້ງສ້ຽວຜິງ ຫົວໜ້າຊ່າງອອກແບບການປະຕິຮູບແລະເປີດ ປະຕູສູ່ພາຍນອກຂອງ ຈີນກຳນົດສ້າງ​ຂຶ້ນເມື່ອປີ 1979. ເປັນເວລາພຽງແຕ່30ປີເທົ່ານັ້ນ, ຕົວເມືອງແຫ່ງນີ້ຈາກເມືອງ ນ້ອຍແຄມຝັ່ງທະເລຈີນໃຕ້ທີ່ມີປະຊາກອນບໍ່ຮອດ 30.000 ຄົນໄດ້ຖືກພັດທະນາໃຫ້ ກາຍເປັນມະຫານະຄອນທີ່ທັນສະໄໝລະດັບ ໂລກທີ່ມີປະຊາກອນເກືອບ 18.000.000 ຄົນ. ອັດຕາການເຕີບໂຕ ຂອງລວມ ຍອດຜະລິດຕະພັນພາຍໃນຫຼືGDPສະເລ່ຍແລ້ວບັນລຸເຖິງ 24,8% ຕໍ່ປີ ຖືວ່າໄດ້ ສ້າງສິ່ງມະຫັດສະຈັນເຊີ່ນເຈີ້ນທີ່ເຮັດໃຫ້ຊາວໂລກຮູ້ສຶກໜ້າງຶດງໍ້ຫຼາຍ ແລະ ໄດ້ກາຍເປັນ​ຕົວ​ແບບຂອງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ..

ຕົ້ນໄຮພູເຂົາສອງຕົ້ນທີ່ມີເລື່ອງລາວ​ທີ່​ໜ້າ​ສົນ​ໃຈຢູ່ນະຄອນເຊີ່ນເຈີ້ນ

ຕົ້ນ​ໜຶ່ງ​ແມ່ນ​ທ່ານ​ເຕີ້ງ​ສ້ຽວ​ຜິງ​ປູກ​ໃນ​ເວ​ລາ​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ເຊີ່ນ​ເຈີ້ນ​ເມື່ອ​ເດືອນ​ມັງ​ກອນ​ປີ1992. ອີກ​ຕົ້ນ​ໜຶ່ງ​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ ​ຜູ້​ນຳ​ສູງ​ສຸດ​ຂອງຈີນ​ປູກ​ໃນ​ເວ​ລາ​​ທີ່ເພິ່ນ​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ແຂວງກວາງ​ຕຸ້ງ​ເມື່ອ​ວັນ​ທີ8ທັນ​ວາ​2012 ເຊິ່ງ​ເປັນ​ມື້​ທີ24ຫຼັງ​ຈາກ​ເພິ່ນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​​ຄອມ​ມູ​ນິດ​ຈີນ​ເປັນ​ຄັ້ງ​ທຳ​ອິດ. ມື້​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ ໄດ້​ວາງ​ກະ​ຕ່າດ​ອກ​ໄມ້​ຢູ່​ຕໍ່​ໜ້າ​ຮູບ​ປັ້ນ​ທອງ​ຂອງ​ທ່ານ​ເຕີ້ງ​ສ້ຽວ​ຜິງ ແລ້ວ​ໄດ້​ກົ້ມ​ຫົວ​ໄວ້​ອາ​ໄລດ້​ວຍ​ຄວາມ​ເຄົາ​ລົບ​ນັບ​ຖື​​ເປັນຢ່າງ​ສູງ ພ້ອມ​ທັງ​ໄດ້​ຈ້ອງ​ມອງ​ເບິ່ງ​ພາບຂອງທົ່ວ​ນະ​ຄອນ​ເຊີ່ນ​ເຈີ້ງ​ຢູ່​ເທີງ​ຈອມ​ພູ.

ວັນ​ທີ 8 ທັນ​ວາ 2012, ທ່ານ​ສີ​ຈິ້ນ​ຜິງ ປູກ​ຕົ້ນ​ໄຮ​ຕົ້ນ​ໜຶ່ງ​ຢູ່​ສວນ​ສາ​ທາ​ລະ​ນະ​ຫຼຽນ​ຮ​ວາ​ຊ່ານ​ນະ​ຄອນ​ເ​ຊີ່ນ​ເຈິ້ນ

ໃນ​ການ​ຢ້ຽມ​ຢາມ​ເຊີ່ນ​ເຈີ້ນ​ຄັ້ງ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ໂດຍ​ກົງ​ວ່າ: “ມາກວາງ​ຕຸ້ງ​ເທື່ອ​ນີ້ ຈຸ​ດ​ປະ​ສົງ​ກໍ​ເພື່ອ​ທົບ​ທວນ​ຄືນ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຢູ່​ກັບ​ບ່ອນ​ທີ່​ນຳ​ໜ້າ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ກ່ອນ​ໝູ່​ໃນ​ທົ່ວ​ປະ​ເທດ​ຈີນ ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ພາ​ລະ​ກິດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກໃຫ້​​ຂະ​ຫຍາຍ​ຕົວ​ໄປ​ຂ້າງ​ໜ້າ.” ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເພື່ອ​ຕາມ​ຫາ​ຮອຍ​ບ​າດ​ກ້າວ​ຍ່າງ​ຂອງ​ຄົນ​ຮຸ່ນ​ກ່ອນ​ເທື່ອ​ນັ້ນ​ເອງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ “ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ມາດ​ຕະ​ການ​ທີ່​ເປັນ​ຂໍ​ກຸນ​ແຈ​ສຳ​ຄັນທີ່​ຕັດ​ສິນ​ຊາ​ຕາ​ກຳ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ”, ເພິ່ນ​ໄດ້​ອອກ​ຄຳ​ສັ່ງ​​ເພື່ອປຸກ​ລະ​ດົມ​ຂົນ​ຂວາຍ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໃຫ້​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຍຸກ​ໃໝ່.

ຈາກ​ການ“ຢັ່ງຫີນ​ຂ້າມ​ນ້ຳ” ​ຈົນ​ຮອດ​ການ​ແກ້​ໄຂ​ບັນ​ຫາ “ຂົວ ແລະ ເຮືອ”

ຈີນ​ມີ​ຄຳ​ສຸ​ພາ​ສິດ​ວ່າ: “ຢັ່ງຫີນ​ຂ້າມ​ນ້ຳ” ເປັນ​ຄຳ​ເວົ້າ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​​ສະ​ຕິ​ປັນ​ຍາ​ຂອງ​ປະ​ຊາ​ຊົນ​ຈີນ, ໝາຍ​ຄວາມ​ວ່າ: ​ເວ​ລາ​ຂ້າມ​ນ້ຳ, ຢັ່ງ​ກ້ອນ​ຫີນ​ເພື່ອ​ຢຽບ​ໃຫ້​ໝັ້ນ​ກ່ອນ​ແລ້ວ​ຈຶ່ງຢ່ວງ​ບາດ​ກ້າວ​ຕໍ່​ໄປ. ນີ້​ແມ່ນ​ວິ​ທີ​ສຳ​ຄັນ​ທີ່​ໃຊ້​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ນຳ​ພາ​ໂດຍ​ທ່ານ​ເຕີ້​ງ​ສ້ຽວ​ຜິງ. ຕໍ່​ກັບ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ເປັນ​ພາ​ລະ​ກິດ​​ໃໝ່ໆທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ, “ປັດ​ຈຸ​ບັນ​ຍັງ​ຢູ່​ໃນ​ໄລ​ຍະ​ການ​ທາບ​ທາມ, ນ້ຳ​ເລິກຫຼື​ຕື້ນ​ຍັງ​ບໍ່​ຮູ້​ແຈ້ງ​ເທື່ອ, ຕ້ອງ​ຄ່ອຍ​ຍ່າງ​ໄປ​ເບິ່ງໄປ​ແຕ່​ລະ​ກ້າວ, ຂາ​ສອງ​ເບື້ອງ​ຕ້ອງ​ຍ່າງ​ໄປ​ຢ່າງ​ໝັ້ນ​ທ່ຽງ ຫາກ​ໄປ​ຜິດ​ແລ້ວ​ຕ້ອງ​ຖອຍ​ຄືນ​ຫຼັງ​ແລ້ວ​ຍ່າງ​ໄປ​ໃໝ່, ຢ່າ​ສູ່​ລົ້ມ​ລົງ​ນ້ຳ​ໄປ.”

ອັນ​ນີ້​ກໍ​ແມ່ນ​ຄຳ​ອະ​ທິ​ບາຍ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ວິ​ທີ​ການ​ແບບ “ຢັ່ງຫີນ​ຂ້າມ​ນ້ຳ” ເຊິ່ງ​ໄດ້​ລະ​ບຸ​ໄວ້​ໃນ​ເອ​ກະ​ສານ​ທາງ​ການ​ຕອນ​ທີ່​ຈີນ​ຫາ​ກໍ່​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເມື່ອ​ຕົ້ນ​ຊຸມ​ປີ1980, ຄຳ​ອະ​ທິ​ບາຍ​ດັ່ງ​ກ່າວ​ໄດ້​ຊີ້​ແຈງ​ຢ່າງ​ຖືກ​ຕ້ອງ​ລະ​ອຽດ​ວ່າ ພາຍ​ໃຕ້​ກໍ​ລະ​ນີ​ທີ່​ບໍ່​ມີ​ປະ​ສົບ​ການ​ພຽງ​ພໍ ແມ່ນ​ຄວນ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ແບບ​ທາບ​ທາມ​ຄື​ແນວ​ໃດ.

ຜູ້ທີ່​ຮູ້​​ດີ​ກ່ຽວ​ກັບ​ພັກ​ຄອມ​ມູ​ນິດ​ຈີນ​ບໍ​ລິ​ຫານປະ​ເທດ​ຄື​ແນວ​ໃດ​ອາດ​ຈະ​ຮູ້​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ແມ່ນ ​ທຸກໆ 5 ປີ​ຈັດ​ຂຶ້ນຄັ້ງ​ໜຶ່ງເພື່ອ ເປິກ​ສາ​ຫາ​ລື​ ແລະ ຕົກ​ລົງບັນ​ຫາ​ສຳ​ຄັນ​ຂອງ​ພັກ, ​ຕາມ​ປົກ​ກະ​ຕິ​ແລ້ວ, ລະ​ຫວ່າງກອງ​ປະ​ຊຸມ​​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຈີນ​ສອງ​ຄັ້ງ, ຈະ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ 7 ເທື່ອ, ຈະ​​ວາງ​ແຜນ​ການ​ກ່ຽວ ​ບຸກ​ຄະ​ລາ​ກອນ, ສັງ​ຄົມ, ເສດ​ຖະ​ກິດ, ການ​ກໍ່​ສ້າງ​ພັກ ແລະ ຂົງ​ເຂດ​ອື່ນໆ, ແຕ່​ສິ່ງ​ທີ່​ທ່ານ​ອາດ​ຈະ​ບໍ່​ຮູ້​ນັ້ນ​ກໍ​ຄື: ​ເດືອນ​ທັນ​ວາ​ປີ 1978, ​ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 11 ທີ່​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ​ເຕີ້ງ​ສຽວ​ຜິງໄດ້​ເປີດ​​ໄລ​ຍະ​ທີ່ “ປະ​ຕິ​ຮູບຢູ່​ພາຍ​ໃນ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ” ແບບ​ໄຂ​ສັງ​ກາດ​ໃໝ່, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຈີນ​ພັດ​ທະ​ນາ​ຢ່າງຕໍ່​ເນື່ອງ ແລະ ວ່ອງ​ໄວ. ຫຼັງ​ຈາກ​ນັ້ນ, ຫົວ​ຂໍ້​ເປິກ​ສາ​ຫາ​ລືຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ແຕ່​ລະ​ສະ​ໄໝ​ ​ລ້ວນ​ແຕ່​ໄດ້​ສຸມ​ໃສ່​ການ​ລົງ​ເລິກ ແລະ ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຄື​ແນວ​ໃດ.

ຕົວ​ຢ່າງວ່າ ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 12 ທີ່​ຈັດ​ຂຶ້ນ​ໃນ​ປີ 1984 ໄດ້ວາງ​ແຜນ​ນະ​ໂຍ​ບາຍການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ທີ່​ຖື​ເອົາ​ຕົວ​ເມືອງ​ເປັນ​​ຈຸດ​ສຸມ; ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 14 ທີ່​ຈັດ​ຂຶ້ນ​ໃນ​ປີ 1993, ໄດ້​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຕະ​ຫຼາດ​ສັງ​ຄົມ​ນິ​ຍົມ. ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຈຶ່ງ​ໄດ້​ກາຍ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​​ແຫ່ງ​ຊາດດ້ານ​ການ​​ບໍ​ລິ​ຫານ​ປະ​ເທດຂອງ​ພັກ​ຄອມ​ມູ​ນິດ​ຈີນ.

ມ​າ​ຮອດ​ປີ2013 ຄື​ປີ​ຕໍ່​ມາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ປູກ​ຕົ້ນ​ໄຮ​ພູ​ເຂົາ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ,ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​​ຄອມ​ມູ​ນິດ​ຈີນສະ​ໄໝ​ທີ18ໄດ້​ໄຂ​ຂຶ້ນ,ຄະ​ນະ​ນຳ​ຊຸດ​ໃໝ່ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ຄື​ແນວ​ໃດ, ເຊິ່ງ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທົ່ວ​ໂລກ. ເພາະ​ວ່າ ໃນ​ເວ​ລາ​ນັ້ນ, ຈີນ​ໄດ້​ກ້າວ​ໄປ​ເຖິງຈຸດ​ເວ​ລາ​​ທີ່ສຳ​ຄັນ​ອັນ​ໃໝ່​ໃນປະ​ຫວັດ​ສາດ ແລະ​ພວມ​ປະ​ເຊີນ​ກັບ​ບັນ​ຫາ​ໃໝ່​ທີ່​ສຳ​ຄັນ​ຕ່າງໆ.

ຢູ່​ພາຍ​ໃນ​ປະ​ເທດ​ຈີນ, ຫຼັງ​ຈາກ​ໄດ້​ຜ່ານ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​​ມາ​ເປັນ​ເວ​ລາ​ຫຼາຍ​ສິບ​ປີ​ແລ້ວ, ບັນ​ຫາ​ຫຍຸ້ງ​ຍາກ​ດ້ານ​ການ​ເຕີບ​ໂຕ​ໄດ້​ຄ່ອຍໆ​ປາ​ກົດ​ຂຶ້ນ, ​ຄວາມ​​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ຊີ​ວິດ​ກາ​ເປັນ​ຢູ່​ທີ່​ດີ​ງາມ​ໄດ້​ປາ​ກົດ​ມີ​ຈຸດ​ພິ​ເສດ​ທີ່​ມີ​ຫຼາຍ​ຮູບ​ແບບ, ບັນ​ຫາ​ດ້ານ​ການ​ພັດ​ທະ​ນາ​ທີ່​ບໍ່​​ດຸນ​ດ່ຽງ​ແລະ​ບໍ່​ເຕັມ​ສ່ວນ​ໄດ້​ພົ້ນ​ເດັ່ນ​ຂຶ້ນ. ເມື່ອ​ເບິ່ງ​ໃນ​ທົ່ວ​ໂລກ​ແລ້ວ​ເຫັນ​ວ່າ: ໂລກ​ພວມ​ປະ​ເຊີນ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ, ການ​ປະ​ຕິ​ວັດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ພວມ​ພັດ​ທະ​ນາ​ຂຶ້ນ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ກັບ​ກະ​ແສ​ແນວ​ຄິດ​ຕ້ານ​ໂລ​ກາ​ພິ​ວັດໄດ້ເພີ່ມ​ຂຶ້ນ.

ໂດຍ​ປະເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຈາກ​ທັງ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ, ທ່ານ​ສີ​ຈິ້ນ​ຜິງ ​ທີ່​ຫາ​ກໍ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​​ຈີນໄດ້ 1 ປີ ​ໄດ້ໄຈ້​ແຍກສະ​ພາບ​ການ, ກຳ​ແໜ້ນ​ທິດ​ທາງ​ປະ​ຫວັດ​ສາດ​ອັນໃໝ່​ແຫ່ງ​ການ​ພັດ​ທະ​ນາ​ຈີນ, ໂດຍ​ນຳ​ໃຊ້​ຄຳ​ປຽບ​ທຽບ​ອັນ​ມີ​ຊີ​ວິດ​ຊີ​ວາ​ມາ​ພັນ​ລະ​ນາ​ຂະ​ບວນ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ວ່າ​ໄດ້​ເຂົ້າ​ສູ່ “ເຂດ​ນ້ຳ​ເລິກ”ແລ້ວ.

ກຳ​ມະ​ກອນ​ພວມ​ເຮັດ​ວຽກ​ຢູ່ໂຮງ​ງານ​ຜະ​ລິດອຸ​ປະ​ກອນ​ຂະ​ໜາດ​ໃຫຍ່​ແຫ່ງໜຶ່ງ​ຂອງ​ເຂດ​​ພາກຕາ​ເວັນ​ອອກ​ສຽງ​ເໜືອ​ຈີນ. ການລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ໄດ້​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ານເລິກ​, ຊຸກ​ຍູ້​​ການ​ພັດ​ທະ​ນາຖານ​ອຸດ​ສາ​ຫະ​ກຳ​ເກົ່າ​ຢູ່​ເຂດ​​ພາກຕາ​ເວັນ​ອອກ​ສຽງ​ເໜື​ອ​ຂອງ​ຈີນ​ໃຫ້​ຈະ​ເລີນ​ຢ່າງ​ຮອບ​ດ້ານ.

ພາຍ​ໃຕ້​ການ​ກຳ​ນົດທິດ​ທາງໃໝ່​ດັ່ງ​ກ່າວ, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 18 ໄດ້​ຜ່ານ​ຮັບ​ຮອງ “ຂໍ້​ຕົກ​ລົງ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ບາງ​ບັນ​ຫາ​ສຳ​ຄັນ​ດ້ານ​ການ​ລົງ​ເລິ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ” ທີ່ ທ່ານ​ສີ​ຈິ້ນ​ຜິງ ​ຮ່າງ​ຂຶ້ນ​ດ້ວຍ​ຕົນ​ເອງ. ຫຼັງ​ຈາກກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 11 ເມື່ອ​ປີ 1978, ໄດ້​ຊຸກ​ຍູ້​ການ​ປະ​ຕິ​ຮູບ​​ຂອງ​ຈີນ​​ແບບ​ໄຂ​ສັງ​ກາດ​ໃໝ່ອີກ​ຄັ້ງ​ໜຶ່ງ, ​ເປີດ​ຍຸກ​ໃໝ່​ແຫ່ງ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ ແລະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ດ້ວຍ​ການ​ອອກ​ແບບ​​ຢ່າງ​ເປັນ​ລະ​ບົບ​ໂດຍ​ລວມ ແລະ​ຖື​ເອົາ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່ ແລະຢູ່ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ​​ຈີນ​ໄດ້ເປີດ​ຂະ​ບວນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ລົງໄປເຖິງ​ບ່ອນ​ເລິກ​ທີ່​ສຸດ​ຂອງ “ເຂດ​ນ້ຳ​ເລິກ”.

ຮູບ​ຖ່າຍ​ທາງ​ອາ​ກາດ​ຂອງ​ສວນ​ສາ​ທາ​ລະ​ນະ​ຢູ່​ເຂດ​ໃໝ່​​ສົງ​ອ່ານ. ເດືອນ​ເມ​ສາ​ ​ປີ2017, ຈີນ​ໄດ້​ຕົກ​ລົງ​​ສ້າງຕັ້ງ​ເຂດ​ໃໝ່​ສົງ​ອ່ານ, ເຂດ​ໃໝ່​ສົງ​ອ່ານ​ ​ບໍ່​ພຽງ​ແຕ່​ເປັນ​ຕົວ​ເມືອງ​ແຫ່ງ​ໜຶ່ງ​ທີ່​ມີ​ເອ​ກະ​ລັກ​ແບບອັດ​ສະ​ລິ​ຍະ ສີ​ຂຽວ ແລະ ການ​ປະ​ດິດ​ສ້າງ​ ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ໝາຍ​ເປັນແບບ​ຢ່າງສຳ​ລັບ​ການ​ສ້າງ​ຄວາ​ມ​ທັນ​ສະ​ໄໝ​ແບບ​ຈີນ ​ກໍ​ເປັນ​ແບບ​ຢ່າງ​ຂອງຈີນ​ສຳ​ລັບ​ຕົວ​ເມືອງ​ທັນ​ສະ​ໄໝ​ລະ​ດັບ​ໂລກນຳ​ອີກ.

​ມີ​ຄົນ​ຢາກ​ຖາມ​ວ່າ: ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ຈະ​​ຮອບ​ດ້ານຢູ່​ບ່ອນ​ໃດ? ແລະ ເລິກ​​ລົງ​ຮອດ​ໃ​ສ? ໃນ​ຖາ​ນະ​ເປັນ​ຜູ້​ນຳ​ພາການ​ປະ​ຕິ​ຮູບ​ໃນ​ຍຸ​ກ​ໃໝ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄຳ​ຕອບ.​ໃນ​ເມື່ອ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່ “ເຂດ​ນ້ຳ​ເລິກ” ແລ້ວ, ທາງດ້າ​ນ​​ໜ້າ​ຂອງການ​ປະ​ຕິ​ຮູບ​ໄດ້​ເຕັມ​ໄປ​ດ້ວຍ​​ອຸ​ປະ​ສັກ​ ແລະ ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ຜູ້​ປະ​ຕິ​ຮູບ​ຈະແບກ​ຫາບ​ພາ​ລະ​ກຳ​ອັນ​ໜັກ​ໜ່ວງ​ຫຼາຍ. ທ່ານ​ສີ​ຈິ້ນ​ຜິງ  ເຄີຍ​ຍົກ​ເອົາ​ບົດ​ກະ​ວີ​ຂອງ​ທ່ານ​ຊູ​ຊື້, ​ທີ່​ເປັນນັກ​ກະ​ວີ​ທີ່​ມີ​ຊື່​ສຽງ​ໃນ​ລາ​ຊະ​ວົງ​ຊົ້ງເມື່ອ 900 ກວ່າ​ປີ​ກ່ອນ​ຄື: “​ຟ້ານ​ສີ​ຈື້​ໜານ​ເອີ​ຖູ​ສີ​ຈື້ຢວນ”, ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສຽງ​ໃນ​ໃຈ​ຂອງ​ຜູ້​ປະ​ຕິ​ຮູບ​ໃນ​ຍຸກ​ໃໝ່​ຄື: ຜ່ານ​ຜ່າ​ຂອດ​ຫຍຸ້ງ​ຍາກ​ທີ່​ສຸດ, ສະ​ແຫວງ​ຫາ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່ ແລະ ສູງ​ສົ່ງ​ທີ່​ສຸດ.

ໃນ​ຖາ​ນະ​ເປັນ​ນັກ​ທິດ​ສະ​ດີ ແລະ ນັກ​ປະ​ຕິ​ບັດ​ຕົວ​ຈິງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ວາງ​ໜ້າ​ທີ່​ການ​ປະ​ຕິ​ຮູບ​​ທີ່​ພວມ​ຢູ່​ໃນ​ “ເຂດ​ນ້ຳ​ເລິກ”​ນັ້ນ​ຄວນ​ “ຂ້າມ​ນ້ຳ”​ຄື​ແນວ​ໃດ, ທັງ​ໄດ້​ອອກ​ແຮງ​ແກ້​ໄຂ​ບັນ​ຫາ​ຍຸ້ງ​ຍາກ​​ດ້ານເລິກ​ຄື: “ຂົວ ຫຼື ເຮືອ”, ແຜນ​ຍຸດ​ທະ​ສາດການ​ລົງ​ເລິກ​ການ​ປະ​ຕິ​ຮູບຢ່າງ​ຮອບ​ດ້ານ​ທີ່​ເພິ່ນ​ສະ​ເໜີ​ອອກ​ມາ​ນັ້ນ​ມີ​ບ່ອນ​ອີງ​ດ້ານ​ທິດ​ສະ​ດີ​ວິ​ທະ​ຍາ​ສາດ, ທັງ​ມີ​​ຊ່ອງ​ທາງ​​ທີ່​ມີ​ປະ​ສິດ​ທິ​ຜົນ. ໄດ້​ສ້າງ​ໃຫ້​ເປັນແຜນ​ການ​ປະ​ຕິ​ຮູບ​ທີ່​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ,ຮອບ​ດ້ານ​ທີ່​ສຸດ​ແລະ​ເປັນ​ລະ​ບົບ​ທີ່​ສຸດ​ນັບ​ແຕ່​ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເມື່ອ​ປີ1978ເປັນ​ຕົ້ນ​ມາ.

​ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ໂດຍ​ໝາຍ​ໝັ້ນ​ເປົ້າ​ໝາຍ​ລວມ​ແຫ່ງ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ກ່ອນ​ອື່ນ, ທ່ານ​ສີ​ຈິ້ນ​ຜິງໄດ້​ສ້າງແຜນ​ວາດ​​ການ​ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບຽບ​ການ ແລະ ລະ​ບົບ​ການ​ບໍ​ລິ​ຫານ​ປະ​ເທດ​ໃນ​ຍຸກ​ໃໝ່,ຖື​​ເອົາການ​ຊຸກ​ຍູ້​ກາ​ນັນ​ເປັນ​ທັນ​ສະ​ໄໝ​ດ້ານ​ລະ​ບົບ​ ແລະ ​ຄວາມ​ສາ​ມາດ​ການ​ບໍ​ລິ​ຫານປະ​ເທດ​ເປັນ​ແກນ​ກາງ, ເພິ່ນໄດ້​ຍຶດ​​ໝັ້ນຫຼັກ​ການ “​ຜູ້​ມີ​ປັນຍາ​ນ້ອຍ​ຊ່າງ​ແກ້​ໄຂ​ບັນ​ຫາ​ຕົວ​ຈິງ​ບາງ​ຢ່າງ​ເທົ່າ​ນັ້ນ, ​ຜູ້​ມີ​ປັນ​ຍາ​ໃຫຍ່​ຈະ​ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ສ້າງ​ລະ​ບຽບ​ການ” ​​ເຊິ່ງ​ເປັນປັດ​ຊະ​ຍາ​ຂອງຄົນ​ຈີນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ແບບ​ດັ້ງ​ເດີມ, ເນັ້ນ​ໜັກ​ການ​ກໍ່​ສ້າງ​ດ້ານ​ລະ​ບຽບ​ການ​ທີ່​ເປັນ​ຫຼັກ. ນີ້​ກໍ​ຄື​ຈຸດພິ​ເສດ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​​ນະ​ໂຍ​ບາຍການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງຮອບ​ດ້ານ.​ສຳ​ລັບການ​ບໍ​ລິ​ຫານ​ປະ​ເທດ, ລະ​​ບຽບ​ການ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ເປັນ​ພື້ນ​ຖານ, ​ໂດຍລວມ ແລະ ຍາວ​ນານ. ຈາກ​ນັ້ນ, ທ່​ານ​ສີ​ຈິ້ນ​ຜິງ ໄດ້​ສະ​ເໜີ​ມາດ​ຕະ​ການ​ປະ​ຕິ​ຮູບ 190 ຂໍ້​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການປົກ​ຄອງ​ປະ​ເທດຕາມ​​ກົດ​ໝາຍ, ເຮັດ​ໃຫ້​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ກາຍ​ເປັນ​ການ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ການ​ລົງ​ເລິກການ​ປະ​ຕິ​ຮູບ​ຢ່າງຮອບ​ດ້ານ, ນີ້​ສາ​ມາດ​ເວົ້າ​ໄດ້​ວ່າ​ໄດ້​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ “ຂົວ” ແລ້ວ.

ຢູ່​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ, ຜູ້​ພິ​ພາກ​ສາລົງ​​ສູ່​ຊົນ​ນະ​ບົດ​ເພື່ອອະ​ທິ​ບາຍ​ຄວາມ​ຮູ້​ກ່ຽວ​ກັບ​ກົດ​ໝາຍ​ແພ່ງ ກົດ​ໝາຍ​ວ່າ​ດ້ວຍ​ຄອບ​ຄົວ​ໃຫ້​ແມ່​ຍິງ​ເຜົ່າ​ຖູ​ເຈ່ຍ.

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາ​ງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ຂໍ້​ຕົກ​ລົງ ແລະ ແຜນ​ການ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຂອງ​ພັກ ແລະ ອົງ​ການ​ຈັດ​ຕັ້ງ​​ຂອງ​ລັດ, ໄດ້​ເປີດ​ສາກ​ການ​ປະ​ຕິ​ຮູບ​ອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ພາຍ​ຫຼັງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ​ເຊິ່ງ​ໄດ້​ຮັບ​ປະກັນ​ດ້ານ​ອົງ​ການ​ຈັດ​ຕັ້ງ​ເພື່ອ​ລົງ​ເລິກການ​ປະ​ຕິ​ຕູບ​ຢ່າງ​ຮອບ​ດ້ານ, ທັງ​ສາ​ມາດ​ເວົ້າ​ໄດ້​ວ່າ​ໄດ້​ແກ້​ໄຂ​ບັນ​ຫ​າ “ເຮືອ” ແລ້ວ. ປີ​ນີ້, ກ່ອນ​ຈະ​ຈັດ​ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 20, ທ່ານ​ສີ​ຈິ້ນ​ຜິງ ໄດ້​ໂອ້ລົມ​ກັບ​ນັກ​ວິ​ສາ​ຫະ​ກິດ, ທັງເປັນ​ປະ​ທານ​ພິ​ຈາ​ລະ​ນາ​ແຜນ​ການ​ປະ​ຕິ​ຮູບ​ຫຼາຍ​ສະ​ບັບ​ເຊັ່ນ: “ຄວາມ​ເຫັນ​ກ່ຽວ​ກັບ​ການບູ​ລະ​ນະ​ລະບຽບ​ການວິ​ສາ​ຫະ​ກິດ​ຍຸກ​ປັດ​ຈຸ​ບັນ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ” ເປັນ​ຕົ້ນ, ​ເພິ່ນ​ໄດ້​ສະ​ເໜີ​ວ່າ: “​ການລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງຮອບ​ດ້ານ, ຕ້ອງ​ກຳ​ແໜ້ນຫົວ​ຂໍ້​ຫຼັກ​ທີ່​ວ່າຄວາມ​ທັນ​ສະ​ໄໝແບບ​ຈີນ.” ເຊິ່ງ​ໄດ້​ສົ່ງ​ສັນ​ຍານ​ອັນ​ຈະ​ແຈ້ງ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ3ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ20

ເມືອງ​ຕ້າ​ເຟີ່ງ ນະ​ຄອນ ຢຽນ​ເສີງ ແຂວງ​ຈ່ຽງ​ຊູ ເປັນ​ໜຶ່ງ​ໃນ​ບັນ​ດາ​ຖານ​ຜະ​ລິດ​ອຸ​ປະ​ກອ​ນ​ຜະ​ລິດ​ໄຟ​ຟ້າ​ພະ​ລັງ​ງານ​ລົມທາງ​ທະ​ເລທີ່​ມີ​ກຳ​ລັງ​ການ​ຜະ​ລິດ​ສັງ​ລວມ​ໃຫຍ່​ທີ່​ສຸດຢູ່​ໃນ​ໂລກ. ໃນ​ໄລ​ຍະ10ປີ​ຜ່ານ​ມາ, ຈີນ​ໄດ້​ຍຶດ​ໝັ້ນ​ແນວ​ຄິດ​ກາ​ນ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ແລະ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ, ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ພະ​ລັງ​ງານ​ລົມ​ນັບ​ລວມ​ແລ້ວ​ໄດ້​ກ້າວ​ຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ສະ​ນັ້ນ​​ສາ​ມາດ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ​ວ່າ: ໃນ​ໄລ​ຍະ 10ກວ່າປີຜ່ານ​ມາ​ພາຍ​ຫຼັງ​ຈີນ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ທ່ານ​ສີ​ຈິ້ນ​ຜິງ ໄດ້​ຈັດ​ເອົາ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບຢ່າງຮອບ​ດ້ານ​ເຂົ້າ​ໃນ​ແຜນຍຸດ​ທະ​ສາດ​​ລວມ​ແຫ່ງ​ການບໍ​ລິ​ຫານ​​ປ​ະ​ເທດ, ອອກ​ແບບ​ຈາກ​ຂັ້ນ​ເທິງ​ສູງ​ສຸດ​ຕໍ່​ການ​ລົງ​ເລິ​ກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ໄດ້​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ທີ່​ຮອບ​ດ້ານ, ເລິກ​ເລິ່ງ ແລະ ​ມີ​ລັກ​ສະ​ນະ​ຂັ້ນພື້ນ​ຖານ, ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ຂອງ​ຈີນ​ໄດ້​ເກີດ​ການ​ປ່ຽນ​ແປງ​​ຢ່າງ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຈາກ​ການ​ທາບ​ທາມ​ໃນ​ບາງ​ພາກ​ສ່ວນ, ​ຜ່ານ​ຜ່າ​ອຸ​ປະ​ສັກ​ຈົນ​ກາຍ​ເປັນ​ລະ​ບົບແລະ ​ລົງ​ເລິກ​ຢ່າງ​ຮອບ​ດ້ານ.

ຂໍ້​ມູນ​ ແລະ ພາບ​ຈາກ : ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼືCMG

Related Articles

Leave a Reply