Visit BigblueAgency
ຮູບປັ້ນພະເຈົ້າໄຊຍະເຊດຖາທິລາດຈະປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊຍະເຊດຖາທິລາດມື້ນີ້

ຮູບປັ້ນພະເຈົ້າໄຊຍະເຊດຖາທິລາດຈະປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊຍະເຊດຖາທິລາດມື້ນີ້

ຂະບວນແຫ່ເຄື່ອນຍ້າຍຮູບປັ້ນພະເຈົ້າໄຊຍະເຊດຖາທິລາດຈະໄປຮອດ ແຂວງອັດຕະປືໃນຕອນບ່າຍຂອງວັນທີ 31 ກໍລະກົດນີ້ ເພື່ອໄປປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊຍະເຊດຖາທິລາດ

ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງ ອັດຕະປື,

ຫຼັງຈາກທີ່ເລີ່ມເຄື່ອນຍ້າຍຈາກນະຄອນຫລວງວຽງຈັນ ແຕ່ວັນທີ 27 ກໍລະກົດທີ່ຜ່ານມາ ໂດຍແວ່ພັກຄ້າງຄືນເພື່ອເຮັດພິທີທາງສາສະໜາຢູ່ 4 ແຂວງ ເລີ່ມຈາກແຂວງບໍລິຄໍາໄຊ, ຄໍາມ່ວນ,

ສະຫວັນນະເຂດ ແລະ ຈໍາປາສັກ.

ການນຳ ພັກ-ລັດ ນໍາໂດຍ ທ່ານ ບົວເງິນ

ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວິໄລວົງ ບຸດດາຄຳ

ເຈົ້າແຂວງຈຳປາສັກ ແລະ ມວນຊົນຊາວລາວຢູ່ແຂວງຈຳປາສັກ ໄດ້ຮ່ວມໃສ່ບາດ ຖວາຍສັງຄະທານ ພຣະສົງ 39 ອົງ ມື້ເຊົ້ານີ້

ທີ່ວັດຫລວງ ນະຄອນປາກເຊ,

ຊຶ່ງແຂວງຈໍາປາສັກເປັນແຂວງສຸດທ້າຍທີ່ເຮັດພິທີທາງສາສະໜາ

ກ່ອນທີ່ຈະເຄື່ອນຍ້າຍໄປແຂວງອັດຕະປື.

ສ່ວນພິທີສົມໂພດໃຫ່ຍ ຫຼື ບຸນໃຫ່ຍໃນການສະເຫຼີມສະຫຼອງຮູບປັ້ນພະເຈົ້າໄຊຍະເຊດຖາທິລາດ ຈະໄດ້ຈັດຂຶ້ນໃນວັນທີ 28 ພິຈິກ 2020 ທີ່ຈະມາເຖິງນີ້ ທີ່  ອະນຸສາວະລີ ພະເຈົ້າໄຊຍະເຊດຖາທິລາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງ ອັດຕະປື.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply