ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ແຈ້ງຄໍາແນະນໍາເພີ່ມເຕີມ ເມື່ອມໍ່ໆມານີ້ ໃຫ້ຮູ້ວ່າ: ການເກັບຄ່າບໍລິການຮັກສາຄວາມປອດໄພເລກໝາຍໂທລະສັບທຸກປະເພດ 3.000 ກີບຕໍ່ເດືອນ ແມ່ນໜ້າທີ່ ແລະ ຄວາມຈໍາເປັນພາວະວິໄສ ທີ່ຕ້ອງການການມີສ່ວນຮ່ວມທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ຜູ້ໃຫ້ບໍລິການດ້ານໂທລະຄົມ ແລະ ອິນເຕີເນັດ ແລະ ຜູ້ຊົມໃຊ້.
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຈ້ງໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ພາກລັດກໍມີຫຼາຍກອງທຶນ ທີ່ໄດ້ມີການປະກອບສ່ວນ ທາງການເງິນຈາກສັງຄົມ ເພື່ອຮັບໃຊ້ສັງຄົມໃນວຽກງານຕ່າງໆ ເຊັ່ນ: ກອງທຶນທາງ, ກອງທຶນຮັກສາສິ່ງແວດລ້ອມ ແລະ ກອງທຶນອື່ນໆ. ສຳລັບຄ່າບໍລິການຮັກສາຄວາມປອດໄພ ແລະ ພັດທະນາໂທລະຄົມທັງໝົດ ມີລະບຽບການຄຸ້ມຄອງນໍາໃຊ້ຢ່າງໂປ່ງໃສ, ເປັນແຫຼ່ງທຶນ ເພື່ອນໍາໃຊ້ເຂົ້າໃນການດໍາເນີນການປ້ອງກັນ ແລະ ຫຼຸດຜ່ອນບັນດາອາຊະຍາກຳ ຜ່ານອິນເຕີເນັດ ເປັນຕົ້ນການສໍ້ໂກງຕ່າງໆຜ່ານອິນເຕີເນັດ ແລະ ແກ້ງຄອນເຊັນເຕີ, ຂ່າວປອມ, ຊ່ວຍປ້ອງກັນການລັກຂໍ້ມູນບຸກຄົນ, ການໂຈມຕີ, ການລັກເຂົ້າລະບົບຄອມພິວເຕີ ແລະ ມືຖື ຂອງປະຊາຊົນ ແລະ ພາກສ່ວນຕ່າງໆ ໃນສັງຄົມ, ນໍາໃຊ້ເຂົ້າໃນການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນດ້ານດີຈິຕອນ, ສົ່ງເສີມການນໍາໃຊ້ດີຈິຕອນ, ກວດກາຄຸນນະພາບການໃຫ້ບໍລິການ, ນໍາໃຊ້ເຂົ້າໃນການສ້າງ ແລະ ປັບປຸງເຄືອຂ່າຍການສື່ສານ ໄປເຖິງເຂດຊົນນະບົດເຂດຫ່າງໄກສອກຫຼີກ.
ພ້ອມທັງແຈ້ງໃຫ້ບັນດາບໍລິສັດ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈັດເກັບຄ່າຮັກສາຄວາມປອດໄພເປັນລາຍເດືອນ (ບໍ່ແມ່ນເກັບຈາກການຕື່ມເງິນຄ່າບໍລິການໂທລະຄົມທຸກຄັ້ງ) ຈາກຜູ້ຊົມໃຊ້ ຄື: ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ ແມ່ນເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ, ສ່ວນການບໍລິການອິນເຕີເນັດແບບມີສາຍ ແມ່ນເກັບຄ່າຮັກສາຄວາມປອດໄພ ປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງບັນຊີລູກຄ້າ.