Vientiane Times Lao
ເກີດແຜ່ນດິນໄຫວ 3 ຄັ້ງຢູ່ ເມືອງນາໝໍ້ ແຂວງອຸດົມໄຊ

ເກີດແຜ່ນດິນໄຫວ 3 ຄັ້ງຢູ່ ເມືອງນາໝໍ້ ແຂວງອຸດົມໄຊ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 29 ກໍ​ລະ​ກົດ 2021 ນີ້ວ່າ: ໄດ້​ກວດ​ພົບ​ແຜ່ນ​ດິນ​ໄຫວ 3 ຄັ້ງຢູ່​ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ, 1 ຄັ້ງໃນ​ຄ່ຳ​ຄືນ​ຂອງ​​ວັນ​ທີ່ 28 ກໍ​ລະ​ກົດ  ຊຶ່ງວັດ​ແທກ​ຄວາມ​ສັ່ນ​ສະ​ເທືອນ​ໄດ້ 3,5 ຣິກເຕິ ແລະ ຕອນ​ເຊົ້າ​ຂອງວັນ​ທີ 29 ກໍ​ລະ​ກົດອີກ 2 ຄັ້ງ ວັດ​ແທກ​ຄວາມ​ສັ່ນ​ສະ​ເທືອນ​ໄດ້ 3,3 ຣິກ​ເຕີ ແລະ 1,8 ຣິກ​ເຕີ, ໃນເບື້ອງ​ຕົ້ນ​ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ ເສຍ​ຫາຍ.

ເມື່ອ​ວັນ​ທີ່ 7-8 ກໍ​ລະ​ກົດ 2021 ທີ່​ຜ່ານ​ມາ ກໍ່​ໄດ້​ພົບ​ກວດ​ພົບ​ແຜ່ນ​ດິນ​ໄຫວ 16 ຄັ້ງ​ຢູ່ ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ, ວັນ​ທີ 10 ກໍ​ລະ​ກົດ​ 2021 ທີ່​ຜ່ານ​ມາ ກໍ່​ໄດ້​ເກີດ​ມີ​ແຜ່ນ​ດິນ​ໄຫວ 1 ຄັ້ງຢູ່​ເມືອງ​ໄຊ​ສະ​ຖານ ແຂວງ​ໄຊ​ຍະ​ບູ​ລີ ແລະ ວັນ​ທີ 19 ກໍ​ລະ​ກົດ ອີກ 1 ຄັ້ງ​ຢູ່ ​ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລິ. 

ນັ້ນ​ໝາຍ​ຄວາມວ່າສະເພາະເດືອນ​ກໍ​ລະ​ກົດ 2021 ນີ້ ປະ​ເທດ​ລາວກວດ​ພົບ​ແຜ່ນ​ດິນ​ໄຫວ​ແລ້​ວ 21 ຄັ້ງ. 

Related Articles

Leave a Reply