Visit BigblueAgency
ເຂດສາມຫຼ່ຽມເສດຖະກິດກຳປູເຈຍ-ລາວ-ຫວຽດນາມຈະກາຍເປັນຕົວເມືອງທັນສະໄໝ

ເຂດສາມຫຼ່ຽມເສດຖະກິດກຳປູເຈຍ-ລາວ-ຫວຽດນາມຈະກາຍເປັນຕົວເມືອງທັນສະໄໝ

 ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປືອາດຈະກາຍເປັນຕົວເມືອງທັນສະໄໝໃນອະນາຄົດເພາະກະຊວງ ແຜນການ ແລະ ການລົງທຶນໄດ້ອະນຸຍາດໃຫ້ບໍລິສັດພັດທະນາອັດຕະປື ຄົບວົງຈອນ ຈໍາກັດເລີ່ມສໍາຫຼວດສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງພັດທະນາເຂດດັ່ງກ່າວແລ້ວ ໂດຍໄດ້ມີການເຊັນສັນຍາກັນເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ແລະ ທ່ານ ສີພອນ ທອງຊະນິດ ປະທານບໍລິສັດພັດທະນາອັດຕະປື ຄົບວົງຈອນ ຈໍາກັດ.

ພາຍຫຼັງທີ່ມີການເຊັນສັນຍາ, ບໍລິສັດພັດທະນາຈະເລີ່ມດໍາເນີນການສຶກສາ, ສໍາຫຼວດອອກແບບ ກໍ່ສ້າງພັດທະນາເຂດດັ່ງກ່າວ ຊຶ່ງການພັດທະນາຈະເນັ້ນໃສ່ດ້ານການທ່ອງທ່ຽວ ແລະ ລະບົບການບໍລິການດ່ານ ເພື່ອສ້າງບົດວິພາກເສດຖະກິດ-ເຕັກນິກ (FS), ບົດປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ (ESIA) ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ (EMMP) ເພື່ອສະເໜີໃຫ້ຂະແໜງການກ່ຽວຂ້ອງຂອງລັດຖະບານ ພິຈາລະນາຮັບຮອງຕາມກົດໝາຍ ແລະ ລະບຽບການ.

ຖ້າໂຄງການດັ່ງກ່າວ ໄດ້ຮັບການພັດທະນາໃນອະນາຄົດ ເມືອງພູວົງ ຈະກາຍເປັນຈຸດຍຸດທະສາດອັນສໍາຄັນ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຂອງແຂວງອັດຕະປື, ເປັນເມືອງເສດຖະກິດໃໝ່ ມີ​ດ່ານການຄ້າສາກົນທີ່ທັນສະໄໝໃຫ້ເປັນປະຕູການຄ້າ ແລະ ທ່ອງທ່ຽວ ແບບປະສົມປະສານກັບວັດທະນະທໍາທ້ອງຖິ່ນ, ທໍາມະຊາດ ແລະ ກະສິກໍາ, ທັງເປັນການກໍານົດນະໂຍບາຍການພັດທະນາຂອງແຂວງ ກໍຄື ພັກ-ລັດຖະບານ ຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ.

ຂ່າວ-ພາບ: ສຸກ​ສະ​ຫວັນ

Related Articles

Leave a Reply