ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການດ່ວນໃນບໍ່ດົນມານີ້ເຖິງຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດມາດຕະການຄວບຄຸມ ແລະ ໂຕ້ຕອບການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ຢ່າງເຂັ້ມງວດ.
ແຈ້ງການໄດ້ລະບຸໄວ້ວ່າ: ໃຫ້ຫົວໜ່ວຍທຸລະກິດ ຫຼື ຜູ້ໃຊ້ແຮງງານຕ້ອງສະໜອງສິ່ງອຳນວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ໂດຍບໍ່ໃຫ້ເກັບເງິນນຳພະນັກງານເປັນຕົ້ນແມ່ນ ສະບູ, ເຈວລ້າງມື, ຜ້າອັດປາກ-ອັດດັງ ແລະ ອື່ນໆ, ຕ້ອງຕິດຕາມພະນັກງານຂອງຕົນຢ່າງໃກ້ຊິດໃນແຕ່ລະວັນ, ຖ້າຜູ້ໃດມີອາການໄຂ້, ໄອ, ເຈັບຄໍ, ຈາມ ຫຼື ຫາຍໃຈຍາກ ໃຫ້ນຳສົ່ງຜູ້ກ່ຽວໄປໂຮງໝໍເພື່ອຕິດຕາມ ແລະ ກວດສຸຂະພາບຜູ້ກ່ຽວຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງ, ນອກນັ້ນຫ້າມແຕ່ງຕັ້ງພະນັກງານໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດທີ່ມີການແຜ່ລະບາດຂອງ ພະຍາດ COVID-19, ໃນກໍລະນີທີ່ຜູ້ກ່ຽວກັບມາແຕ່ຕ່າງປະເທດ ຖ້າຜູ້ໃຊ້ແຮງງານຕ້ອງການໃຫ້ຜູ້ກ່ຽວພັກ ຕ້ອງຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ກ່ຽວຕາມປົກກະຕິ.
ສະເພາະການນໍາເຂົ້າແຮງງານຕ່າງປະເທດ, ຫົວໜ່ວຍແຮງງານ ຄວນຫຼີກລ່ຽງການນຳເຂົ້າແຮງງານຕ່າງປະເທດ ທີ່ມາຈາກເມືອງ ຫຼື ຂົງເຂດທີ່ມີການແຜ່ລະບາດຂອງ COVID-19, ກ່ອນແຮງງານຕ່າງປະເທດຈະເຂົ້າມາລາວຕ້ອງຜ່ານການກວດວັດອູນຫະພູມຮ່າງກາຍ ແລະ ຂັ້ນຕອນ ຕ່າງໆ ຢູ່ດ່ານຂາເຂົ້າ, ກວດຄົນເຂົ້າເມືອງທັງຢູ່ສະໜາມບິນ ແລະ ດ່ານສາກົນຕ່າງໆ. ໃນກໍລະນີ ມີບັນຫາໃດທີ່ບໍ່ທັນຈະແຈ້ງ ສາມາດຕິດຕໍ່ສອບຖາມກົມຄຸ້ມຄອງແຮງງານ ໂທ: 021 213007, ແຟັກ: 021 213247.
ຂ່າວ: ວຽງຈັນທາຍ
ພາບ ປະກອບ