ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ນາງ ເພັດມະນີ ອາຍຸ 22 ປີ ຢູ່ບ້ານມີໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເມື່ອມໍ່ໆມານີ້ໃນຂໍ້ກ່າວຫາສໍ້ໂກງຈາກການຊື້ປີ້ຍົນທາງອອນລາຍ.
ກ່ອນຈະກັກຕົວຜູ້ກ່ຽວ ຍ້ອນວ່າຕຳຫຼວດກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຖືກສໍ້ໂກງຈາກການຊື້ປີ້ຍົນທາງອອນລາຍ, ຜ່ານການເກັບກຳຂໍ້ມູນຫຼັກຖານທັງໝົດ ພ້ອມທັງເກັບກຳເສັ້ນທາງການເງິນຂອງຜູ້ສໍ້ໂກ້ງ ເຈົ້າໜ້າທີ່ເມືອງນາຊາຍທອງ ຈຶ່ງສາມາດກັກຕົວຜູ້ກ່ຽວໄດ້.
ຜ່ານການສືບສວນສອບສວນ ຜູ້ກ່ຽວໄດ້ໃຫ້ສາລະພາບວ່າ: ໄດ້ເລີ່ມກະທຳການສໍ້ໂກ້ງທາງອອນລາຍ ແຕ່ປີ 2022 ເປັນຕົ້ນມາ, ເບື້ອງຕົ້ນແມ່ນໄດ້ໃຊ້ຊື່ເຟສບຸກ “MN MN” ເພື່ອໂຄສະນາຂາຍປີ້ລົດໄຟ ເຊີ່ງເຮັດໃຫ້ຫຼາຍຄົນຫຼົງເຊື່ອໂອນເງິນຄ່າຈອງປີ້ ແລະໂອນເງິນເຂົ້າບັນຊີ METHMANY INTHAVONG MS ຫຼັງຈາກໄດ້ຮັບເງິນແລ້ວ ຜູ້ກ່ຽວກໍບັອກເຟສບຸກທຸກຄົນທີ່ໂອນເງິນໃຫ້.
ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ປ່ຽນຊື່ເຟສເປັນ “Mmn Inthavong (ຮັບຈອງປີ້)” ເຟສນີ້ແມ່ນຜູ້ກ່ຽວໄດ້ໂຄສະນາຂາຍປີ້ຍົນ ນະຄອນຫຼວງວຽງຈັນ-ຫົວພັນ-ຊຳເໜືອ ເຊີ່ງມີຫຼາຍຄົນໄດ້ສັ່ງຈອງນຳ ເມື່ອຜູ້ກ່ຽວໄດ້ຮັບເງິນໂອນແລ້ວ ຈື່ງໄປຂໍຍົກເລີກປີ້ຍົນ ເຮັດໃຫ້ປີ້ທີ່ລູກຄ້າຈອງໄປ ນັ້ນໃຊ້ບໍ່ໄດ້. ຕໍ່ກັບເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ບຸກຄົນຈຳນວນຫຼາຍຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້.
ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດເມືອງນາຊາຍທອງ ກຳລັງດຳເນີນການສືບສວນເກັບກຳ ຂໍ້ມູນເພີ່ມເຕີມ.
ເຈົ້າໜ້າທີ່ຕຳຫຼວດແຈ້ງວ່າ: ຖ້າຫາກທ່ານໃດຖືກຜູ້ກ່ຽວຕົວະຍົວະຫຼອກລວງຈາກຜູ້ກ່ຽວໃຫ້ເຂົ້າແຈ້ງຄວາມຕໍ່ພະແນກຕຳຫຼວດເມືອງນາຊາຍທອງໄດ້ ຫຼື ແຈ້ງຂໍ້ມູນມາທີ່ເບີ 020 5698 9878 ຮອ ວິລະກອນ ທຳມະວົງ ເພື່ອເປັນຂໍ້ມູນດຳເນີນຄະດີຜູ້ກ່ຽວເພີ່ມຕາມລະບຽບກົດໝາຍຕໍ່ໄປ.
ທີ່ມາ: ຄວາມສະຫງົບ