Vientiane Times Lao
ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກີ່ງແຂວງບໍ່ແກ້ວ ຢຶດລົດພ້ອມຢາບ້າ 10 ລ້ານເມັດ ສ່ວນຄົນຂັບລົດແມ່ນໄດ້ເອົາຕົວຫຼົບໜີ

ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກີ່ງແຂວງບໍ່ແກ້ວ ຢຶດລົດພ້ອມຢາບ້າ 10 ລ້ານເມັດ ສ່ວນຄົນຂັບລົດແມ່ນໄດ້ເອົາຕົວຫຼົບໜີ

ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກີ່ງແຂວງບໍ່ແກ້ວ ໄດ້ຢຶດຢາເສບຕິດປະເພດຢາບ້າ ຈໍານວນ 50 ເປົາມີ 5.000 ມັດ, ເທົ່າກັບ 10.000.000 ເມັດ ເມື່ອມໍ່ໆມານີ້ ຢູ່ໃນລົດຟໍຈຸນເນີ ສີປອນ ປ້າຍທະບຽນສີຟ້າ ກກ 0399 ບໍ່ເເກ້ວ ແຕ່ທາງດ້ານຫຼັງແມ່ນ ຕິດປ້າຍເຫຼືອງ ທະບຽນ ກກ 8220 ໄຊຍະບູລີ ສ່ວນຄົນຂັບລົດແມ່ນໄດ້ເອົາຕົວຫຼົບໜີ.

ກ່ອນຈະຢຶດຢາບ້າຈໍານວນດັ່ງກ່າວ, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກີ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈຸນເນີ ສີປອນ ປ້າຍທະບຽນສີຟ້າ ກກ 0399 ບໍ່ເເກ້ວ ຂັບຂີ່ມາແຕ່ທາງເມືອງຕົ້ນເຜິ້ງ ໄດ້ຜ່ານຈຸດກວດການໍ້າເກີ່ງ ຈະມຸ່ງໜ້າໄປເມືອງຫ້ວຍຊາຍ ແຕ່ເຈົ້າໜ້າທີ່ແມ່ນບໍ່ໄດ້ລັດ, ພໍລົດຄັນດັ່ງກ່າວຜ່ານຈຸດກວດກາໄປ ທາງເຈົ້າໜ້າທີ່ຈຶ່ງສັງເກດເຫັນປ້າຍທາງຫຼັງລົດແມ່ນຜິດປົກກະຕິຄື: ທາງດ້ານໜ້າແມ່ນຕິດປ້າຍລັດ ທະບຽນສີຟ້າ ກກ 0399 ບໍ່ເເກ້ວ ແຕ່ທາງດ້ານຫຼັງແມ່ນຕິດປ້າຍເຫຼືອງ ທະບຽນ ກກ 8220 ໄຊຍະບູລີ ເມື່ອເຫັນແນວນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດຕິດຕາມໄປ ຈົນຮອດເຂດປ່າຊ້າບ້ານ ນໍ້າຍອນ ເມືອງຫ້ວຍຊາຍ ຈຶ່ງເຫັນລົດຟໍຈຸນເນີຄັນດັ່ງກ່າວ ແລະ ລົດກະບະຣີໂວ ສີຂາວ ບໍ່ຈື່ປ້າຍທະບຽນ ຈອດຢູ່ແຄມທາງ ພ້ອມທັງມີຄົນ ປະມານ 2-3 ຄົນ ລົງຈາກລົດມາປ່ຽນປ້າຍທະບຽນລົດຟໍຈູນເນີ.

ດັ່ງນັ້ນ, ເຈົ້າໜ້າທີຈຶ່ງໄດ້ຈອດລົດເພື່ອຈະລົງໄປກວດກາ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ແລ່ນຂຶ້ນ ລົດແລ້ວຂັບຫຼົບໜີ. ເມື່ອເປັນແນວນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຍິງປືນໃສ່ ຈໍານວນ 02 ນັດ ແຕ່ພວກກ່ຽວບໍ່ຈອດ, ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ຕາມ ຈົນຮອດສົ້ນຂົວບ້ານປາກງາວ ລົດຟໍຈຸນເນີ ແມ່ນໄດ້ລ້ຽວເຂົ້າໄປທາງບ້ານ ນໍ້າແລ, ສ່ວນລົດກະບະຣີໂວ ແມ່ນໄດ້ແລ່ນໄປທາງເມືອງຫ້ວຍຊາຍ, ເຈົ້າໜ້າທີ່ແມ່ນໄດ້ຂີ່ລົດໄລ່ຕາມລົດຟໍຈູນເນີ ເຂົ້າໄປທາງບ້ານ ນໍ້າແລ ພ້ອມທັງຍິງປືນໃສ່ຈຳນວນ 08 ນັດ ແຕ່ກໍຍັງບໍ່ຍອມຈອດ ແລະ ເຈົ້າໜ້າທີ່ກໍໄດ້ຂັບລົດໄລ່ຕາມໄປໄດ້ປະມານ 02 ກິໂລແມັດ ຈຶ່ງໄດ້ເຫັນລົດຄັນດັ່ງກ່າວຈອດຢູ່ແຄມທາງ ສ່ວນຄົນຂັບແມ່ນໄດ້ແລ່ນໜີເຂົ້າໄປໃນປ່າ, ເຈົ້າໜ້າທີ່ກໍ່ໄດ້ໄລ່ຈັບ ແຕ່ຜູ້ກ່ຽວເອົາຕົວຫຼົບໜີໄປໄດ້.

ປັດຈຸບັນນີ້, ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ໃນການຄ້າ-ຂາຍຢາເສບຕິດໃນຄັ້ງນີ້

ແຫຼ່ງຂໍ້ມູນ: ປກສ ແຂວງບໍ່ແກ້ວ

Related Articles

Leave a Reply