ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ສົມທົບກັບເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສປປ ລາວ ໄດ້ມອບຜູ້ຖືກຫາສັນຊາດໄທ ທີ່ໄດ້ເຄື່ອນໄຫວກະທໍາຜິດກົດໝາຍ (ແກ້ງສະແກມເມີ) ຢູ່ ແຂວງຫຼວງນໍ້າທາ ຈໍານວນ 22 ຄົນ (ຍິງ 13 ຄົນ) ໃຫ້ ເຈົ້າໜ້າທີ່ຕຳຫຼວດ ແຫ່ງຣາຊະອານາຈັກໄທ ຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ສປປ ລາວ ທີ່ເຊື່ອມຕໍ່ໄປຫາ ແຂວງ ຊຽງຮາຍ ປະເທດໄທ.
ຜູ້ຖືກຫາຈຳນວນດັ່ງກ່າວແມ່ນຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ແກ້ງສະແກມເມີ); ການມອບ-ຮັບ ຜູ້ຖືກຫາໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ກໍຄືການຮ່ວມມື ລະຫວ່າງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ສປປ ລາວ ແລະ ເຈົ້າໜ້າທີ່ຝ່າຍໄທ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ, ໂດຍສະເພາະແມ່ນບັນຫາການສໍ້ໂກງຊັບທາງໂທລະຄົມ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ.
ຂ່າວ: ປກສ ແຂວງບໍ່ແກ້ວ

