Vientiane Times Lao
ເຈົ້າໜ້າທີ່ວິຊາສະເພາະ ໄດ້ຢຶດຢາບ້າ 4,4 ລ້ານເມັດ ຢູ່ແຂວງບໍ່ແກ້ວ

ເຈົ້າໜ້າທີ່ວິຊາສະເພາະ ໄດ້ຢຶດຢາບ້າ 4,4 ລ້ານເມັດ ຢູ່ແຂວງບໍ່ແກ້ວ

ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ຢຶດຢາເສບຕິດ ປະເພດຢາບ້າ ຈຳນວນ 22 ເປົາ ມີ 2.200 ມັດ ເທົ່າກັບ 4.400.000 ເມັດ, ມີນ້ຳໜັກ 528 ກິໂລກຣາມ ພ້ອມດ້ວຍລົດກະບະລີໂວ ສີຂາວມຸກ ປ້າຍເລກທະບຽນ ຂກ 3603 ກໍາແພງນະຄອນ ຈໍານວນ 01 ຄັນ ເມື່ອມໍ່ໆມານີ້ ທີ່ບ້ານພິບູນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສ່ວນຜູ້ສົງໃສ 3 ຄົນໄດ້ປີນກໍາແພງຮົ້ວເຮືອນເອົາຕົວຫຼົບໜີໄປ.

 ກ່ອນຈະຢຶດຢາບ້າຈໍານວນດັ່ງກ່າວຄືໃນວັນທີ 30 ມັງກອນ 2025 ທີ່ຜ່ານມາ ເວລາປະມານ 10:00 ໂມງ, ກອງຫຼອນບ້ານພິບູນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈໍານວນ 3 ຄົນ ກໍາລັງປະຕິບັດໜ້າທີ່ ໄດ້ພົບເຫັນຜູ້ຊາຍຈຳນວນ 03 ຄົນ ທ່າທາງມີພິລຸດ ຢູ່ຕໍ່ໜ້າເຮືອນຫຼັງໜຶ່ງໃນຂອບເຂດບ້ານພິບຸນທອງ ພໍພວກກ່ຽວທັງ 3 ໄດ້ພົບເຫັນກອງຫຼອນບ້ານ ກໍເລີຍຕົກໃຈແລ້ວແລ່ນໜີ ປິນກຳແພງຮົ້ວເຮືອນໜີອອກໄປ, ກອງຫຼອນຈື່ງ ໄດ້ເຂົ້າໄປກວດກາສະຖານທີ່ ໄດ້ພົບເຫັນລົດກະບະ ລີໂວ, ສີຂາວມຸກ, ປ້າຍທະບຽນ ຂກ 3603 ກໍາແພງນະຄອນ ທີ່ຈອດຢູ່ເຮືອນຫຼັງດັ່ງກ່າວ ມີເປົາຢາເສບຕິດຊຸກເຊື່ອງຢູ່ພາຍໃນລົດ ຈື່ງໄດ້ໂທແຈ້ງຕຳຫຼວດ ປກສ ກຸ່ມບ້ານພິບຸນທອງ ໃຫ້ມາກວດກາ.

ຫຼັງຈາກນັ້ນ, ປກສ ກຸ່ມບ້ານພິບູນທອງ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງຫ້ວຍຊາຍ ມາສົມທົບ ແລະ ໄດ້ລາຍງານມາຍັງກອງບັນຊາການ ປກສ ແຂວງບໍ່ແກ້ວ ລົງໄປກວດກາຕົວຈິງ ແລະ ນຳເອົາລົດຄັນດັ່ງກ່າວຂຶ້ນມາກວດກາຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວຈຶ່ງໄດ້ພົບເຫັນຢາບ້າຈໍານວນດັ່ງກ່າວ.

ຂໍ້ມູນຂ່າວ: ປກສ ແຂວງບໍ່ແກ້ວ

 

Related Articles

Leave a Reply