ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນໄດ້ຈັບຊາຍຕ່າງຊາດ ຊື່ທ້າວຫຼາຍຫົງຟູ່ ອາຍຸ 39 ປີສັນຊາດ ແລະ ເຊື້ອຊາດຈີນ ກຳມະກອນຢູ່ບໍລິສັດ ຢຸນໜານຈຽງໂຖ ທີ່ພັກເຊົາຢູ່ບ້ານດົງໃຕ້ ເມືອງທ່າເເຂກ ເເຂວງຄໍາມ່ວນ ໃນຂໍ້ຫາຄາດຕະກຳແຟນສາວ ຊື່ ນາງ ພິມມະສອນ ອາຍຸ 25 ປີ ປະຊາຊົນຢູ່ບ້ານ ນາໂພທ່າ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 22 ເມສາ 2025 ທີ່ຜ່ານມາຍ້ອນຫຶງຫວງ.
ກ່ອນຈະຈັບຕົວຜູ້ກ່ຽວຄືໃນວັນທີ 22 ເມສາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ສືບສວນ-ສອບສວນຄະດີອາຍາ ປກສ ເເຂວງ ຄໍາມ່ວນ ໄດ້ຮັບລາຍງານວ່າ ມີເຫດຄາດຕະກໍາຢູ່ບ້ານດົງໃຕ້ ເມືອງທ່າເເຂກ ເເຂວງຄໍາມ່ວນ, ຈາກນັ້ນເຈົ້າໜ້າທີ່ໄດ້ສົມທົບກັບກຳລັງທະຫານກອງພັນ 09 ເຂດດົງໃຕ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊັນນະສູດສະຖານທີ່ເກີດເຫດຈື່ງຮູ້ວ່າ ຜູ້ເສຍຊີວິດຊື່ ນາງ ພິມມະສອນ ອາຍຸ 25 ປີ ປະຊາຊົນຢູ່ບ້ານ ນາໂພທ່າ ເມືອງທ່າແຂກ ແຂວງຄຳມ່ວນ.
ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ຂຶ້ນບັນຊີເປົ້າໝາຍທັນທີຈຶ່ງຮຸ້ວ່າຜູ້ກໍ່ເຫດຊື່ ທ້າວ ຫຼາຍຫົງຟູ່ ເເລະ ນໍາຈັບຕົວໄດ້ໃນວັນທີ 07 ພຶດສະພາ 2025 ທີ່ຜ່ານມາ.
ທ້າວ ຫຼາຍຫົງຟູ່ ໄດ້ຮັບສາລະພາບໃນເບື້ອງຕົ້ນວ່າ: ໄດ້ຮູ້ຈັກ ແລະ ຄົບຫາກັບຜູ້ເສຍຊີວິດແບບບ່າວ-ສາວ ໄດ້ພົວພັນໄປມາຫາສູ່ກັນເປັນປະຈໍາພ້ອມທັງໄດ້ໃຫ້ເງິນ ນາງ ພິມມະສອນ ໃຊ້ຈ່າຍ, ເວລາປະມານ 7:00 ໂມງຂອງວັນທີ 22 ເມສາ 2025, ນາງພິມມະສອນ ໄດ້ຍ່າງໄປຫາທ້າວ ຫຼາຍຫົງຟູ່ ຢູ່ຫ້ອງເເຖວເພື່ອໄປຖາມເອົາພາສປອດນໍາເພື່ອຈະຂ້າມໄປປະເທດໄທ ເເຕ່ ທ້າວຫຼາຍຫົງຟູ່ ຕອບວ່າບໍ່ເຫັນ. ຈາກນັ້ນ, ທ້າວ ຫຼາຍຫົງຟູ່ ຈຶ່ງໄດ້ຂໍນອນນໍາ ນາງ ພິມມະສອນ ແຕ່ຜູ້ກ່ຽວຂັດຂືນບໍ່ຍອມພ້ອມທັງບອກໃຫ້ເອົາພາສປອດໄປສົ່ງໃຫ້ຢູ່ຫ້ອງ ແລ້ວນາງ ພິມມະສອນ ຍ່າງກັບມາຫ້ອງຂອງຕົນ.
ທ້າວຫຼາຍຫົງຟູ່ ໄດ້ຍ່າງໄປຫານາງ ພິມມະສອນ ແລະ ຄິດວ່າ ນາງ ພິມມະສອນ ຈະໄປຫາຜູ້ບ່າວຢູ່ໄທ ຈຶ່ງເກີດການຜິດຖຽງກັນຢ່າງຮຸນແຮງ, ທ້າວ ຫຼາຍຫົງຟູ່ ໄດ້ຍູ້ນາງພິມມະສອນ ລົ້ມລົງໃສ່ຕຽງນອນເເລ້ວໃຊ້ມືບີບຄໍຈົນນາງພິມມະສອນ ເສຍຊີວິດ. ຈາກນັ້ນ ທ້າວ ຫຼາຍຫົງຟູ່ ໄດ້ຈັບເອົາສາຍຄໍຄໍາ ແລະ ເອົາໂທລະສັບຂອງນາງ ພິມມະສອນເພື່ອຊອກຫາວິທີທໍາລາຍຫຼັກຖານອໍາພາງຄະດີ ແລະ ຄິດຈະໃຊ້ນໍາມັນເຜົາຕົນເອງພ້ອມກັບຜູ້ເສຍຊີວິດ. ແຕ່ໃນເວລານັ້ນ ໄດ້ມີໝູ່ຂອງ ຜູ້ເສຍຊີວິດ ມາເຄາະປະຕູເອີ້ນຫາ, ທ້າວ ຫຼາຍຫົງຟູ ໄດ້ບອກໝູ່ຂອງຜູ້ເສຍຊີວິດວ່າ ລາວຢູ່ໃນຫ້ອງແລ້ວຊິບອກໃຫ້.
ຫຼັງຈາກນັ້ນ, ທ້າວຫຼາຍຫົງຟູ່ ຈຶ່ງໄດ້ຍ່າງອອກຈາກຫ້ອງຜູ້ເສຍຊີວິດກັບໄປຫ້ອງພັກຂອງຕົນ ແລະ ໄດ້ເອົາໂທລະສັບ ພ້ອມດ້ວຍສາຍຄໍຄໍາໄປປະໄວ້ຢູ່ຫ້ອງນໍ້າຢູ່ຂ້າງຫ້ອງຂອງຕົນ ແລ້ວຂັບຂີ່ລົດກະບະຂອງຜູ້ເສຍຊີວິດອອກຈາກສະຖານທີ່ເກີດເຫດເພື່ອເອົາຕົວຫຼົບໜີ.
ຮອດເວລາ 20 : 00 ໂມງ ຂອງວັນທີ 7 ພຶດສະພາ 2025, ເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນ ທ້າວຫຼາຍຫົງຟູ່ ກໍາລັງກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງຢູ່ບ້ານດົງໃຕ້ເມືອງທ່າແຂກ ແຂວງຄໍາມ່ວນ ຈຶ່ງກັກຕົວຜູ້ກ່ຽວມາດໍາເນີນຄະດີ.
ໃນວັນທີ່ 8 ພຶດສະພາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ ຫຼາຍຫົງຟູ່ ໄປທົດສະກໍາເຫດການຄືນເພື່ອເປັນຫຼັກຖານປະກອບສໍານວນຄະດີກ່ອນສົ່ງໄອຍະການຟ້ອງສານຕັດສິນ.
ແຫຼ່ງຂໍ້ມູນຂ່າວ: ປກສ ແຂວງຄຳມ່ວນ