Vientiane Times Lao
ເຊກອງ ກຳນົດຫຼາຍມາດຕະການຂໍ້ຫ້າມ ເພື່ອຄວາມເປັນລະບຽບຮຽບຮ້ອຍ ໄລຍະບຸນປີໃໝ່ລາວ

ເຊກອງ ກຳນົດຫຼາຍມາດຕະການຂໍ້ຫ້າມ ເພື່ອຄວາມເປັນລະບຽບຮຽບຮ້ອຍ ໄລຍະບຸນປີໃໝ່ລາວ

ຫ້ອງວ່າການແຂວງເຊກອງ ໄດ້ອອກແຈ້ງການໃນວັນທີ 10 ເມສາ 2024 ຜ່ານມານີ້ ກ່ຽວກັນການກຳນົດຫຼາຍມາດຕະການຂໍ້ຫ້າມ ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ ພສ 2567 (ຄສ 2024) ນີ້ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີ, ຮັບປະກັນໄດ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ ພ້ອມທັງເປັນການສົ່ງເສີມປີທ່ອງທ່ຽວລາວ ປີ 2024 ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ໃຫ້ມີຄວາມໝາຍຄວາມສໍາຄັນ.

ມາດຕະການຂໍ້ຫ້າມ ໄດ້ລະບຸໄວ້ວ່າ: ຫ້າມບໍ່ໃຫ້ເປີດເຄື່ອງສຽງເນືອງນັ້ນ ຢູ່ໃກ້ໂຮງໝໍ ຫຼື ຈຸດຊຸມຊົນ, ຂອບເຂດເສັ້ນທາງຄົນຍ່າງ (ຟຸດບາດ) ຫຼື ໜ້າບ້ານ, ໜ້າເຮືອນຂອງຕົນເອງ ທີ່ສົ່ງສຽງລົບກວນຄົນອື່ນ, ຜູ້ປ່ວຍ, ຜູ້ສູງອາຍຸ ແລະ ເດັກນ້ອຍ. ຫ້າມຜູ້ຂັບລົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ຫຼື ເສບສິ່ງມືນເມົາແລ້ວຂັບຂີ່ພາຫານະ ເພື່ອປ້ອງກັນ ແລະ ຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ. ຫ້າມຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ, ສິ່ງມືນເມົາ ໃຫ້ເດັກທີ່ມີອາຍຸຕໍ່າກວ່າ 18 ປີ ຢູ່ຕາມວັດວາອາຣາມ ແລະ ສະຖານທີ່ສັກກະລະບູຊາ.

ພ້ອມກັນນັ້ນ, ແຂວງເຊກອງ ກຳນົດວັນພັກສະຫຼອງປີໃໝ່ລາວ ໃຫ້ເປັນເອກະພາບໃນຂອບເຂດທົ່ວແຂວງ ແຕ່ວັນທີ 13-15 ເມສາ 2024 ແຕ່ເນື່ອງຈາກວ່າວັນທີ 13-14 ເມສາ 2024 ກົງກັບວັນພັກປະຈຳອາທິດ (ວັນເສົາ ແລະ ວັນອາທິດ) ຈຶ່ງກໍານົດເອົາວັນທີ 17-18 ເມສາ 2024 ເປັນວັນພັກຊົດເຊີຍ.

Related Articles

Leave a Reply