ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ປະຈຳປີ 2024 ASEAN U19 BOY’S CHAMPIONSHIP 2024 ຈະເລີ່ມເປີດສາກຂຶ້ນໃນລະຫວ່າງວັນທີ 17-29 ກໍລະກົດ 2024 ທີ່ປະເທດອິນໂດເນເຊຍ.
ສະຫະພັນບານເຕະແຫ່ງຊາດລາວ ( ສຕລ) ໄດ້ລາຍງານວ່າ: ການແຂ່ງຂັນລາຍການນິ້ ມີ 12 ທີມ ແບ່ງອອເປັນ 3 ກຸ່ມ ໂດຍທີມຊາດລາວເຮົາ ຢູ່ກຸ່ມ B: ທີມຊາດຫວຽດນາມ, ມຽນມາ ແລະ ອົດສະຕຣາລີ. ກຸ່ມ A : ທີມຊາດອິນໂດເນເຊຍ (ເຈົ້າພາບ), ຕີມໍ ເລສເຕ, ກຳປູເຈຍ ແລະ ຟີລິບປິນ ແລະ ກຸ່ມ C: ທີມຊາດມາເລເຊຍ, ໄທ, ສິງກະໂປ ແລະ ບຣູໄນ.
ສໍາລັບ ຕາຕະລາງການແຂ່ງຂັນ ທີມຊາດລາວ ປະກອບມີ: ວັນທີ 18 ກໍລະກົດ 2024 ເວລາ 15:00 ທີມຊາດລາວ ພົບທີມຊາດ ອົດສະຕຣາລີ, ວັນທີ 21 ກໍລະກົດ 2024 ເວລາ 19: 00 ທີມຊາດລາວ ພົບກັບທີມຊາດມຽນມາ ແລະ ວັນທີ 24 ກໍລະກົດ 2024 ເວລາ 15:00 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ, ຊຶ່ງການແຂ່ງຂັນລາຍການນິ້ ແມ່ນຈະຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.
ທີ່ມາ: ສຕລ