ງານບຸນປັ້ນເຂົ້າຈີ່ໃຫຍ່ ທີ່ເມືອງບໍ່ແຕນ ແຂວງໄຊຍະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 8-12 ກຸມພາ 2025 ນີ້ ຊຶ່ງຈະມີຫຼາຍກິດຈະກຳທາງດ້ານວັດທະນະທຳ ແລະ ວາງສະແດງຂາຍສິນຄ້າ ທີ່ໜ້າສົນໃຈມາທ່ຽວງານບຸນຄັ້ງນີ້.
ສໍາລັບ ຈຸດປະສົງຂອງການຈັດງານບຸນ ນີ້ ກໍເພື່ອເປັນການອະນຸລັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ ພ້ອມທັງເປັນປາງບຸນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໂດຍພາຍໃນງານຈະມີຫຼາຍກິດຈະກຳ ເປັນຕົ້ນ ຕະຫຼາດນັດວາງສະແດງສິນຄ້າ, ປະກວດນາງທິດາປັ້ນເຂົ້າຈີ່, ຂະບວນກ້ອນກຳລັງແຫ່ປັ້ນເຂົ້າຈີ່ຈຳລອງຂອງແຕ່ລະບ້ານ ໂດຍລະອຽດກິດຈະກໍາ ໄດ້ລະບຸລາຍລະອຽດໃນຮູບ ດັ່ງນີ້:
