Vientiane Times Lao
<strong>ເດືອນ</strong><strong>ຕຸລາ </strong><strong>ມີຜູ້ເສຍຊີວິດເຖິງ 71 ຄົນ ຈາກອຸບັດເຫດ</strong><strong>ໃນທົ່ວປະເທດ</strong>

ເດືອນຕຸລາ ມີຜູ້ເສຍຊີວິດເຖິງ 71 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ປະຈຸບັນ ສະພາບການເກີດອຸບັດເຫດຕາມທ້ອງຖະໜົນ ຍັງມີທ່າອ່ຽງເພີ່ມຂຶ້ນໃນຂອບເຂດທົ່ວປະເທດ ຊຶ່ງອຸບັດເຫດທີ່ເກີດຂຶ້ນສ່ວນໃຫຍ່ ຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່, ສະເພາະເດືອນຕຸລາ 2022 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 71 ຄົນ ເພີ່ມຂຶ້ນ 9 ຄົນຖ້າທຽບໃສ່ເດືອນກັນຍາ ທີ່ຜ່ານມາ ຊຶ່ງມີຜູ້ເສຍຊີວິດ 62 ຄົນ.ອີງຕາມຂໍ້ມູນການລາຍງານສະພາບການເກີດອຸບັດເຫດໃນທົ່ວປະເທດປະຈໍາເດືອນຕຸລາ 2022 ທີ່ຜ່ານມາຂອງກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຊາບວາ່: ສະເພາະເດືອນຕຸລາ 2022 ຜ່ານມານີ້ ມີຈໍານວນອຸບັດເຫດເກີດຂຶ້ນທັງໝົດ 513 ຄັ້ງ ຊຶ່ງເຮັດໃຫ້ມີຜູ້ບາດເຈັບ 783 ຄົນ ແລະ ມີພາຫະນະເປ່ເພ 915 ຊຶ່ງສາຍເຫດການເກີດອຸບັດເຫດສ່ວນໃຫຍ່ ແມ່ນເກິດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່​ ທີ່ເປັນປັດໄຈພາໃຫ້ເກີດອຸບັດເຫດ ໂດຍສະເພາະ ຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ແຊງ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ ແລະ ອື່ນໆ ຮ້າຍແຮງກວ່ານັ້ນ ຜູ້ຂັບຂີ່ ຍັງດື່ມສິ່ງມຶນເມົາ ເປັນສາເຫດຂອງການເກີດອຸ­ບັດ­ເຫດຕາມທ້ອງຖະໜົນ, ໃນນັ້ນ ອຸບັດເຫດສ່ວນຫຼາຍແມ່ນເກີດ ຂຶ້ນ ໃນໄລຍະເວລາ ແຕ່ 17:00 ໂມງ-24:00 ໂມງ ໃນກຸ່ມອາຊີບ ກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.

Related Articles

Leave a Reply