ປະຈຸບັນ ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆ ໄດ້ເພີ່ມຂຶ້ນໃນແຕ່ລະວັນ ເປັນຈໍານວນຫຼາຍໃນຂອບເຂດທົ່ວປະເທດ, ສະເພາະເດືອນຕຸລາ 2023 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 53 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນໃນທົ່ວປະເທດ ຫຼຸດລົງ 7 ຄົນ ຖ້າທຽບໃສ່ເດືອນກັນຍາທີ່ຜ່ານມາ ຊຶ່ງມີຜູ້ເສຍຊີວິດ 60 ຄົນ.
ອີງຕາມກົມຕຳຫຼວດຈາລະຈອນ ໄດ້ລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນຕຸລາ 2023 ທີ່ຜ່ານມາ ຊາບວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ສະເພາະເດືອນຕຸລາ 2023 ນີ້ ມີຈຳນວນອຸບັດເຫດເກີດຂຶ້ນທັງໝົດ 458 ຄັ້ງ ຊຶ່ງເຮັດໃຫ້ ມີຜູ້ບາດເຈັບ 702 ຄົນ ແລະ ມີພາຫະນະເປ່ເພ ທັງໝົດ 828 ຄັນ.
ສາເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ.