ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ແຈ້ງເຕືອນໄພນໍ້າຖ້ວມ ມື້ນີ້ໃຫ້ຮູ້ວ່າ: ປັດຈຸບັນນີ້, ລະດັບ ນໍ້າຂອງ ໄດ້ເພີ່ມຂຶ້ນສູງຢູ່ເຂດເມືອງສັງທອງ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ຄາດວ່າ ລະດັບນໍ້າ ຍັງຈະສືບຕໍ່ເພີ່ມຂື້ນຕື່ມອີກ ໃນໄລຍະວັນທີ 13 ຫາ 14 ກັນຍາ 2024 ແລະ ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ.
ຕໍ່ກັບສະພາບອາກາດດັ່ງກ່າວ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ໂດຍສະເພາະເຂດທີ່ຢູ່ພື້ນທີ່ຕໍ່າລຽບຕາມແຄມແມ່ນໍ້າຂອງ ໃຫ້ລະວັງ ນໍ້າຖ້ວມຍື່ງ, ນໍ້າຖ້ວມຂັງ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້ ແລະ ຮຽກຮ້ອງ ໃຫ້ທຸກພາກສ່ວນ ຈົ່ງກຽມພ້ອມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ, ສັດລ້ຽງ ໄປໄວ້ໃນບ່ອນທີ່ປອດໄພ.