Vientiane Times Lao
 ເທດສະການອາຫານລາວ 2025 ສຳຄັນແນວໃດ? (streetwise)

 ເທດສະການອາຫານລາວ 2025 ສຳຄັນແນວໃດ? (streetwise)

ງານເທດສະການອາຫານລາວ ຄົບຮອບ 20 ປີ ທີ່ຈັດຂຶ້ນ ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໃນອາທິດທີ່ຜ່ານມາ, ກາຍເປັນອີກໜຶ່ງເທດສະການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງໃນການອະນຸລັກ ແລະ ສົ່ງເສີມບົດບາດຂອງອາຫານລາວ, ວັດທະນະທຳລາວ. ເຊິ່ງງານຄັ້ງນີ້ ໄດ້ມີ 180 ຮ້ານ ມີອາຫານລາວ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກຳຕ່າງໆເຂົ້າຮ່ວມ. ໜັງສືພີມວຽງຈັນທາຍ ໄດ້ສອບຖາມ ຜູ້ຂາຍ ແລະ ນັກທ່ອງທ່ຽວໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບຄວາມສຳຄັນຂອງງານບຸນ ແລະ ບົດບາດຂອງມັນໃນການສົ່ງເສີມອາຫານລາວໄປທົ່ວໂລກ.

(ນ.ຂັນທອງ)

ທ່ານ ນາງ ຂັນທອງ ເຈົ້າຂອງຜະລິດຕະພັນຢາພື້ນເມືອງລາວ ກາກະທິງທອງກ່າວວ່າ: ຂ້າພະເຈົ້າໄດ້ເຂົ້າຮ່ວມງານເທດສະການອາຫານລາວ ມາໄດ້ 19 ປີ ແລ້ວ ແລະ ຮູ້ສຶກປະທັບໃຈໃນທຸກໆຄັ້ງທີ່ເຂົ້າຮ່ວມ, ເຊິ່ງ ເທດສະການອາຫານລາວຄັ້ງນີ້ ໄດ້ເປີດໂອກາດໃຫ້ຕົນເອງເຂົ້າຫາກຸ່ມລູກຄ້າໃໝ່ ທັງຊາວລາວ ແລະ ຕ່າງປະເທດ. ໂດຍສະເພາະໃນປີນີ້ ນັກທ່ອງທ່ຽວຊາວຈີນທີ່ເຂົ້າມາຢ້ຽມຊົມງານຄັ້ງນີ້ ໄດ້ໃຫ້ຄວາມສົນໃຈຕໍ່ສິນຄ້າຂອງເຮົາຫຼາຍ ເຮັດໃຫ້ຕົນມີຄວາມຄິດທີ່ຈະສຶກສາຕະຫຼາດຈີນ ແລະ ຢາກວາງແຜນສົ່ງອອກໄປຈີນໃນອະນາຄົດ.

(ນ. ພອນທິບ)

ທ່ານ ນາງ ພອນທິບ ເພຍໄຊ ຜູ້ຜະລິດ ຈຳໜ່າຍແຈ່ວປາແດກ ຈາກແຂວງຄຳມ່ວນກ່າວວ່າ: ເທດສະການນີ້ ເຮົາເຂົ້າຮ່ວມມາເປັນປີທີ 6 ແລ້ວ, ປັດຈຸບັນ ປາແດກຂອງພວກເຮົາໄດ້ສົ່ງໄປໃຫ້ຕົວແທນຈຳໜ່າຍຂາຍໃນຫຼາຍໆແຂວງທົ່ວປະເທດ ລວມທັງ ຄຳມ່ວນ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ສະຫວັນນະເຂດ ແລະ ຊຽງຂວາງ. ເຊິ່ງການເຂົ້າຮ່ວມງານແບບນີ້ ພວກເຮົາໄດ້ສ້າງເຄືອຂ່າຍໃໝ່ ກະຈາຍສິນຄ້າໃຫ້ໄດ້ຫຼາຍທີ່ສຸດ ແລະ ເຂົ້າໄປຈຳໜ່າຍຕາມ ຮ້ານສະດວກຊື້ຕ່າງໆ, ເຊິ່ງທີ່ຜ່ານມາ ເຮົາກໍເຄີຍສົ່ງອອກໄປຕ່າງປະເທດ ແຕ່ເປັນລັກສະນະການທີ່ລູກຄ້າສັ່ງອອນລາຍ ແລ້ວເຮົາຈຶ່ງສົ່ງໄປ ບໍ່ທັນມີຕົວແທນຈຳໜ່າຍທີ່ຢູ່ຕ່າງປະເທດ ແບບຈິງຈັງ. ເຊິ່ງເຮົາກຳລັງແນມຫາຄູ່ຮ່ວມມືທີ່ຈະສາມາດກະຈາຍສິນຄ້າອອກໄປຕ່າງປະເທດໄດ້.

ທ່ານ ນາງ ທິບພະສອນ ເຈົ້າຂອງຜະລິດຕະພັນບຳລຸງຜິວ ກ່າວວ່າ: ແບຣນ De Tipasion ຂອງພວກເຮົາເປັນແບຣນບຳລຸງຜິວນ້ອງໃໝ່ ທີ່ 100% Made in Laos ເຊິ່ງປະກອບມີ ສະບູ່, ເກືອຄັດຜິວ ທີ່ມີກິ່ນຈາກສານສະກັດທຳມະຊາດ ທີ່ເປັນເອກະລັກ ບໍ່ຄືໃຜ. ເຊິ່ງປົກກະຕິສິນຄ້າເຮົາຈະເນັ້ນຂາຍໃຫ້ຄົນຕ່າງປະເທດເປັນຫຼັກ ແຕ່ການໄດ້ເຂົ້າຮ່ວມງານ  ເທດສະການອາຫານລາວ ໃນຄັ້ງ ໄດ້ເປີດໂອກາດໃຫ້ສິນຄ້າເຮົາສາມາດເຂົ້າເຖິງກຸ່ມລູກຄ້າທີ່ຫຼາກຫຼາຍຂຶ້ນ ແລະ ເຮັດໃຫ້ຄົນລາວເຮົາເອງຮັບຮູ້ວ່າ ສິນຄ້າ ສະປາ Made in Laos ກໍມີຄຸນະພາບສາມາດແຂ່ງຂັນກັບສິນຄ້ານຳເຂົ້າໄດ້ເຊັ່ນກັນ.


ນາງ ທອງດີ ປະຊາຊົນ ບ້ານສີສະຫວາດ ຜູ້ເຂົ້າມາຢ້ຽມຊົມງານເທດສະການອາຫານລາວ ກ່າວວ່າ: ນີ້ເປັນຄັ້ງທຳອິດ ທີ່ມີໂອກາດມາຢ້ຽມຊົມງານເທດສະການຄັ້ງນີ້, ຮູ້ສຶກປະທັບໃຈຫຼາຍເພາະໄດ້ຊີມອາຫານພື້ນບ້ານຂອງທຸກໆແຂວງ ທີ່ປົກກະຕິຕົນອາໄສຢູ່ນະຄອນຫຼວງວຽງຈັນ ແມ່ນຊອກຫາຊອກກິນໄດ້ຍາກ ເຊິ່ງເຂົ້າຮ່ວມງານຄັ້ງນີ້ ແມ່ນ ໄດ້ກິນອາຫານພື້ນບ້ານຄົບທັງ 18 ແຂວງ ທົ່ວປະເທດ. ນອກຈາກນີ້ ກໍຍັງໄດ້ເຫັນສິນຄ້າຫັດຖະກຳຕ່າງໆ ທີ່ມີລວດລາຍແຕກຕ່າງກັນໄປ ແລະ ເປັນເອກະລັກຂອງໃຜລາວ ໃນແຕ່ລະພື້ນທີ່.
.
ທ່ານ ສຸສາຄອນ ປະຊາຊົນ ບ້ານ ພະໄຊ ນະຄອນຫຼວງວຽງຈັນ ກ່າວວ່າ: ປີນີ້ເປັນປີທີ 3 ແລ້ວທີ່ໄດ້ເຂົ້າຮ່ວມງານເທດສະການອາຫານລາວ ເພາະປົກກະຕິຕົນເອງບໍ່ໄດ້ເດີນທາງໄປຕ່າງແຂວງ ເຮັດໃຫ້ງານແບບນີ້ ເປັນໂອກາດດີ ທີ່ຕົນໄດ້ມາຊິມອາຫານລາວ ໃນທົ່ວທຸກພາກ, ໂດຍສະເພາະ ລາບໝາກຈອງ ເຊິ່ງເປັນອາຫານຊື່ດັງຈາກທາງພາກໃຕ້ທີ່ຫາກິນໄດ້ຍາກ, ທຸກຄັ້ງທີ່ໄດ້ມາງານນີ້ກໍຈະຊື້ເມນູນີ້ໄປກິນຕະຫຼອດ ແລະ ຖ້າມີງານແບບນີ້ອີກໃນອະນາຄົດ ຂ້ອຍກໍຈະມາງານນີ້ທຸກໆປີ.

Related Articles

Leave a Reply